ຄະ​ນະ​ຜູ້​ແທນ​ການ​ທະ​ຫ​ານ ລັດ​ເຊ​ຍ ​ຢ້ຽ​ມຢ​າມ ສ​ປ​ປ.ເກົາຫຼ​ີ

(VOVWORLD) - ວັນທີ 4 ກໍລະກົດ, ສື່ມວນຊົນ ຂອງລັດ ສປປ.ເກົາຫຼີ ໄດ້ລົງຂ່າວ ທ່ານ No Kwang-chol ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ເຂົ້າຮ່ວມກອງປະຊຸມກັບຄະນະຜູ້ແທນການທະຫານ ລັດເຊຍ ຢູ່ ນະຄອນຫຼວງພຽງຢາງ. 

       ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA)ແລ້ວ, ທ່ານ No Kwang-chol ໄດ້ພົບປະເຈລະຈາກັບທ່ານ Alexander Fomin ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ, ຜູ້ນຳໜ້າຄະນະຜູ້ແທນບັນດາເຈົ້າໜ້າທີ່ຂອງກະຊວງນີ້ໄປຢ້ຽມຢາມ ສປປ.ເກົາຫຼີ. ທີ່ການພົບປະເຈລະຈາ, ທ່ານ Fomin ໄດ້ຂໍຄວາມຊ່ວຍເຫຼືອທ່ານ No Kwang-chol ສົ່ງຂອງຂວັນໃຫ້ການນຳ Kim Jong-un. ເຖິງຢ່າງໃດກໍ່ຕາມ, KCNA ບໍ່ໄດ້ລົງຂ່າວຢ່າງລະອຽດກ່ຽວກັບບັນດາບັນຫາທີ່ສອງຝ່າຍໄດ້ປຶກສາຫາລື.

        ກ່ອນໜ້ານັ້ນ 1 ວັນ, ທ່ານ Fomin ໄດ້ພົບປະກັບຄູ່ຕຳແໜ່ງ ສປປ.ເກົາຫຼີ Kim Hyong-ryong ແລະ ໄດ້ປຶກສາຫາລື “ເລື່ອງນຳການພົວພັນທີ່ສະໜິດສະໜົມ ແລະ ການຮ່ວມມືລະຫວ່າງກອງທັບ ສອງປະເທດຂຶ້ນສູ່ລະດັບສູງໃໝ່”

ການຢ້ຽມຢາມຂອງຄະນະຜູ້ແທນການທະຫານ ລັດເຊຍ ຢູ່ ພຽງຢາງ ໄດ້ດຳເນີນພາຍຫຼັງທ່ານການນຳ ສປປ.ເກົາຫຼີ Kim Jong-un ໄປຍັງນະຄອນ Vladivostock ຂອງ ລັດ ເຊຍ ເມື່ອເດືອນເມສາທີ່ຜ່ານມາ ເພື່ອເຂົ້າຮ່ວມການພົບປະສຸດຍອດຄັ້ງທຳອິດກັບທ່ານ ປະທານາທິບໍດີ ລັດເຊຍ Vladimir Putin. 

ຕອບກັບ

ຂ່າວ/ບົດ​ອື່ນ