ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ໄທ ຢ່າງເປັນທາງການ

(VOVWORLD) -ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະສຸມໃສ່ປຶກສາຫາລື, ຕີລາຄາກ່ຽວກັບໝາກຜົນແຫ່ງການຮ່ວມມືໃນໄລຍະຜ່ານມາ
ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ໄທ ຢ່າງເປັນທາງການ - ảnh 1ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ:TTXVN) 

        ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານພົນເອກ ພອນພິພັດ ເບັນຢາສີ ຜູ້ບັນຊາກໍາລັງປ້ອງກັນປະເທດ ກອງທັບ ໄທ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະ ໄປຢ້ຽມຢາມ ໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 – 25 ພະຈິກ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະສຸມໃສ່ປຶກສາຫາລື, ຕີລາຄາກ່ຽວກັບໝາກຜົນແຫ່ງການຮ່ວມມືໃນໄລຍະຜ່ານມາ; ປຶກສາຫາລືກ່ຽວກັບມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງກວ່າເກົ່າ ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ