ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມສັນທະວະໄມຕີສ.ອີນເດຍ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມສັນທະວະໄມຕີສ.ອີນເດຍ - ảnh 1
(ທ່ານຫົວ​ໜ້າກອງ​ເສນາ​ທິການ​ໃຫ່ຍກອງທັບ​ປະຊາຊົນ​ຫວຽດນາມ, ພົນ​ໂທ ​ໂດ້ບ໋າ​ຕິ)

(vovworld) - ວັນ​ທີ 23 ກັນຍາ, ທ່ານຫົວ​ໜ້າກອງ​ເສນາ​ທິການ​ໃຫ່ຍກອງທັບ​ປະຊາຊົນ​ຫວຽດນາມ, ພົນ​ໂທ ​ໂດ້ບ໋າ​ຕິ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນການ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີສ.ອີນ​ເດຍ ​ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 23 – 27 ກັນຍາ, ຕາມ​ຄຳ​ເຊີນ​ຂອງ​ພົນ​ເອກ​ກອງທັບ​ອາກາດ Nak Browne, ປະທານ​ຄະນະ​ກຳມະການ​ບັນດາ​ເສນາ​ທິການ​ໃຫຍ່ອີນ​ເດຍ. ການ​ຢ້ຽມຢາມ​ອີນ​ເດຍຂອງ​ຄະນະ​ຜູ້​ແທນ​ການ​ທະຫານຂັ້ນສູງ​ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ເພື່ອ​​ແນ​ໃສ່​ສືບ​ຕໍ່​ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ພັດທະນາການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ 2 ປະ​ເທດ​ຫວຽດນາມ - ອີນ​ເດຍ ​ໃນ​ຂອບ​ເຂດ “ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ລົງນາມ.

ຂ່າວ/ບົດ​ອື່ນ