ຄະນະຜູ້ແທນການທະຫານຂັ້ນສູງຂອງກອງທັບປະຊາຊົນຫວຽດນາມຢ້ຽມຢາມສັນທະວະໄມຕີກູຍບາ

 ຄະນະຜູ້ແທນການທະຫານຂັ້ນສູງຂອງກອງທັບປະຊາຊົນຫວຽດນາມຢ້ຽມຢາມສັນທະວະໄມຕີກູຍບາ - ảnh 1
ທ່ານ​ພົນ​ເອກ ​ໂດ​ບ໋າ​ຕິ້ ຫົວໜ້າ​ເສນາ​ທິການ​ໃຫຍ່, ລັດຖະມົນ
ຕີ​ຊ່ວຍ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽ​ດນາມ
(ພາບ: TTXVN)

(vovworld) – ​​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ໂທ Alvaro Lospez Miera ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຕິວັດ ກູ​ຍບາ, ຄະນະ​ຜູ້​ແທນ​ການທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​ໂດ​ບ໋າ​ຕິ້, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ເສນາ​ທິການ​ໃຫຍ່, ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽ​ດນາມ ນຳ​ໜ້າ, ພວມ​ຢ້ຽມ​ຢາມ​ສັນທະ​ວະ​ໄມຕີ ກູ​ຍບາ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ດຳ​ເນີນ​ໃນ​ລະຫວ່ງວັນ​ທີ 24/10 – 2/11. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ຝຶກ​ຊ້ອມ​ພ້ອມ​ແລ້ວ​ສູ້​ຮົບ. 2 ຝ່າຍ​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ມາດ​ຕະການຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ກ່ວາ​ອີກ, ຜ່ານ​ນັ້ນ ສືບ​ຕໍ່​ປັບປຸງ ​ແລະ ພັດ​ທະ​ນາ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ​ໄວ້​ເນື້ອ​ເຊື່ອ​​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ລັດ, ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກູ​ຍບາ.

 

ຂ່າວ/ບົດ​ອື່ນ