ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມຢ້ຽມຢາມສັນຖະວະໄມຕີຈີນຢ່າງເປັນທາງການ

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມຢ້ຽມຢາມສັນຖະວະໄມຕີຈີນຢ່າງເປັນທາງການ - ảnh 1
(ການ​ເຈ​ລະ​ຈາລະ​ຫວ່າງ 2 ຝ່າຍ)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/08, ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້​ນ​ສູງ​ຫວຽດ​ນາມ ໂດຍ​ທ່ານພົນ​ເອກ ໂງ​ຊວນ​ຫຼິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ, ໄປ​ຢ້ຽ​ມ​ຢາມ​ສັນ​​ຖະ​ວະ​ໄມ້​ຕີ​ຈີນ ຢ່າງ​ເປັນ​ທາງ​ການ ແລະ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ຈີນ, ໂດຍພົນ​ໂທ ຈາງວານ​ແຈ໋ວງ, ​ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ນຳ​ໜ້າ. ທີ່​ການ​ເຈ​ລະ​ຈາ, ທ່ານພົນ​ເອກ ໂງ​ຊວນ​ຫຼິກ ແລະ ພົນ​ໂທ ຈາງວານ​ແຈ໋ວງ ໄດ້​ເຫັນ​ດີ​ນຳ​ກັນ​ໂດ​ຍ​ຖື​ວ່າ ການ​ພົວ​ພັ​ນ​ລະ​ຫວ່າງກອງ​ທັບຫວຽດ​ນາມ ແລະ ຈີນ ພວມ​ຢູ່​ໃນ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ ດ້ວຍ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ຄື: ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ, ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​ຮ່ວມ​ມື​ປ້ອງ​ກັນ​ຊາຍ​ແດນ, ການ​ລາດ​ຕາ​ເວນ​ຮ່ວ​ມ​ບົນ​ທະ​ເລ ແລະ ພິ​ເສດ​ແມ່ນ​ງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ຊາຍ​ແດນ​ຫວຽດ​ນາມ - ຈີນ. ລັດ​ຖະ​ມົນ​ຕີ 2 ທ່ານ ກໍ​ແລກ​ປ່ຽນ​ກ່ຽວ​ກັບບັນ​ຫາ​ທີ່​ຍັງ​ຄົງ​ຄ້າງຢ່າງ​ກົງ​ໄປ​ກົງ​ມາ, ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່​ຫຼວງ​ເຖິງການ​ພັດ​ທະ​ນາ​ການ​ຮ່ວມ​ມື​ຢ່າງ​ແທ​້​ຈິງ​ຂອງ​ການ​ພົວ​ພັນ​ຫວຽດ​ນາມ - ຈີນ, ນັ້ນ​ແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ພົນ​ເອກ ໂງ​ຊວນ​ຫຼິກ ຢືນ​ຢັນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາ​ຍ​ຂອງ​ຫວຽດ​ນາມ ແມ່ນ 2 ຝ່າຍ​ຕ້ອ​ງ​​ປະ​ຕິ​ບັດ​ຕາມຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ; ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ໂດຍ​ສັ​ນ​ຕິ​ວິ​ທີ; ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982), ປະ​ຕິ​ບັດ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ຫາ​​ບົນທະ​ເລ​ຫວຽດ​ນາມ - ຈີນ” ຢ່າງ​ເຂັ້ມ​ງວດ; ຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ສູ້​ສົນເພື່ອ​ບັນ​ລຸກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ; ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການສັບ​ສົນ​, ເປີດກວ້າງ​ການ​ຂັດ​ແຍ້ງຂຶ້ນ​ເຕີ່ມ ແລະ ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ​ເພື່ອ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ; ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ພົນ​ເອກ ໂງ​ຊວນ​ຫຼິກ ແລະ ພົນ​ໂທ ຈາງວານ​ແຈ໋ວງ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳຮ່ວມ​ມື​ລະ​ຫວ່າງສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ຫວຽດ​ນາມ ແລະ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​ຈີນ.

        ໃນ​​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສັນ​​ຖະ​ວະ​ໄມ​ຕີຈີນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ການ​ທະ​ຫານ​ຫວຽດ​ນາມ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຮອງ​ປະ​ທານ​ປະ​ເທດ​ຈີນ, ພົບ​ປະ​ເຈ​ລະ​ຈາ​ກັບ​ຮອງ​ປະ​ທານຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງຈີນ.

ຂ່າວ/ບົດ​ອື່ນ