ຄະນະຜູ້ແທນກຳມາທິການການຕ່າງປະເທດສະພາແຫ່ງຊາດ ລົງເຮັດວຽກ ຢູ່ ໄຕນິນ

ຄະນະຜູ້ແທນກຳມາທິການການຕ່າງປະເທດສະພາແຫ່ງຊາດ ລົງເຮັດວຽກ ຢູ່ ໄຕນິນ - ảnh 1
ຫ້ອງປະຊຸມຂອງຄະນະກຳມະການປະຊາຊົນແຂວງ ໄຕນິນ
(ພາບປະກອບ)

(vovworld) - ວັນ​ທີ 13/7, ຄະນະ​ຕິດຕາມ​ກວດກາກຳມາທິການ​ການ​ຕ່າງປະ​ເທດຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ Nguyen Manh Tien, ຮອງ​ຫົວໜ້າ​ກຳ​ມະ​ທິການ​ດັ່ງກ່າວນຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄຕ​ນິນ ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງທ້ອງ​ຖິ່ນ, ​ໃນ​ນັ້ນ​ສຸມ​​ໃສ່​ຕິດຕາມ​ກວດກາ​ກ່ຽວ​ກັບ​ວຽກ​ງານຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຂອງ​ແຂວງ. ທີ່​ການ​ເຮັດ​ວຽກ, ທ່ານ Nguyen Manh Tien ​ໄດ້​ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​​ແນະ​ຂອງ​ແຂວງ ​ໄຕນິນ, ພິ​ເສດ​ແມ່ນ ອັດຕາ​ພະນັກງານໄປ​ຮຽນ​ພາສາ​ກຳປູ​ເຈຍ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ພົວພັນ​ຕ່າ​ງປະ​ເທດ, ພ້ອມ​ທັງ​ສະ​ເໜີ​ໃຫ້​ການ​ນຳ​ແຂ​ວງ ​ໄຕນິນ ນຳ​ວຽກ​ງານຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​​ເຂົ້າ​ໃນໂຄງການ​​ເຄື່ອນ​ໄຫວຂອງ​ປີ 2012 ​ແລະ ​​ໃນໄລຍະ​ຈະ​ມາ​ເຖິງ. ​ໃນ​ໄລຍະ​ຜ່ານ​ມາ, ​ແຂວງ ​ໄຕ​ນິນ ຍາມ​ໃດ​ກໍ​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ກັບ​ບັນດາ​​ແຂວງ​ໃກ້​ຄຽງ​ຂອງ ກຳປູ​ເຈຍ, ​ເອົາ​ໃຈ​ໃສ່​ພັດທະນາ​ການ​ຄ້າ​ເຂດ​ຊາຍ​ແດນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ກັບ​ບັນດາ​ແຂວງ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ຂອງ​ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ