ຄະນະຜູ້ແທນກຳມາທິການບັນດາເຜົ່າ ສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ເງະອານ

(VOVWORLD) - ທ່ານ ຫງວຽນຊວນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ ຫວັງວ່າ: ຜ່ານການຢ້ຽມຢາມ, ເຮັດວຽກຂອງຄະນະຈະສືບຕໍ່ປະກອບສ່ວນຕັ້ງໜ້າໃຫ້ແກ່ການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຄະນະຜູ້ແທນກຳມາທິການບັນດາເຜົ່າ ສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ເງະອານ - ảnh 1ການນຳພັກແຂວງ ເງະອານຕ້ອນຮັບຄະນະ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 5 – 11 ມີນາ, ຕອນບ່າຍວັນທີ 7 ມີນາ, ຢູ່ເງະອານ, ຄະນະຜູ້ແທນສະພາປະຊາຊົນແຂວງ ເງະອານ ມີການເຮັດວຽກກັບຄະນະຜູ້ແທນກຳມາທິການບັນດາເຜົ່າ ສະພາແຫ່ງຊາດລາວ, ໂດຍທ່ານນາງຫົວໜ້າກຳມາທິການ ບົວພັນ ລີໄກຢາ ເປັນຫົວໜ້າຄະນະ. ທີ່ການເຮັດວຽກ, ທ່ານ ຫງວຽນຊວນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ ຫວັງວ່າ: ຜ່ານການຢ້ຽມຢາມ, ເຮັດວຽກຂອງຄະນະຈະສືບຕໍ່ປະກອບສ່ວນຕັ້ງໜ້າໃຫ້ແກ່ການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ. ແຂວງ ເງະອານ ກໍ່ຈະພະຍາຍາມຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ພັດທະນານ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່, ເຮັດໃຫ້ 2 ປະເທດພ້ອມກັນພັດທະນາໃນທ່າອ່ຽງເຊື່ອມໂຍງ.

        ສ່ວນທ່ານນາງ ບົວພັນ ລີໄກຢາ, ປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ລາວ ຢັ້ງຢືນວ່າການຮ່ວມມືລະຫວ່າງແຂວງ ເງະອານ ກັບບັນດາແຂວງຂອງລາວ ຈະປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງບັນດາເຜົ່າເຂດຊາຍແດນ 2 ປະເທດຢ່າງມີຊີວິດຊີວາກ່ວາອີກ, ພ້ອມກັນນັ້ນ, ເຮັດໃຫ້ການພົວພັນແບບພິເສດ ແລະ ການຮ່ວມມືີຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ປະສິດທິຜົນຢ່າງແທດຈິງ.

        ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງກຳມາທິການສະພາແຫ່ງຊາດລາວ ກໍ່ໄດ້ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ກິມລຽນ, ຢ້ຽມຢາມ ວັດ ດ້າຍເຕ້ວ ເມືອງນາມດານ ແລະ ຢ້ຽມຢາມປະຊາຊົນເຜົ່າຜູ້ໄທຢູ່ເຂດຕັ້ງຖິ່ນຖານຄົງທີ່ ເຂື່ອນໄຟຟ້ານ້ຳຕົກ ບ້ານແຫວ ຢູ່ເມືອງ ແທງເຈືອງ.

ຕອບກັບ

ຂ່າວ/ບົດ​ອື່ນ