ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມໄທ

ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມໄທ - ảnh 1

ຄະນະ​ຜູ້​ແທນ​ຂັ້ນສູງ​ກອງທັບ​ປະຊາ​ຊົນ​ ຫວຽດນາມ ຢ້ຽມຢາມ​ໄທ

   (ພາບ: phungquangthanh.net)

( vovworld ) – ​ເນື່ອງ​ໃນ​ໂອກາດ​ການ​​ເດີນ​ທາງຢ້ຽມຢາມ ​ແລະ​ເຮັດ​ວຽກ​ຢູ່​ໄທ, ຕອນ​ຄ່ຳ​ວັນ​ທີ 25/2, ຄະນະ​ຜູ້​ແທນ​ຂັ້ນສູງ​ກອງທັບ​ປະຊາ​ຊົນ​ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ​ໂດ໋ບາ​ຕິ້, ຫົວໜ້າ​ເສນາ​ທິການ​ໃຫ່ຍ ກອງທັບ​ປະຊາ​ຊົນ​ ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ນຳ​ໜ້າ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ປະຈຳ ​ໄທ. ທີ່​ການ​ເຮັດ​ວຽກ, ທ່ານຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໂດ໋ບາ​ຕິ້ ​ໄດ້​ແຈ້ງ​ໃຫ້​ຊາບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ ​ແລະ​ ເຮັດ​ວຽກ​ຢູ່​ໄທ​ຢ່າງ​ເປັນ​ທາງ​ການ​ຂອງຄະນະ​ຜູ້​ແທນ​ຂັ້ນສູງ​ກອງທັບ​ປະຊາ​ຊົນ​ ຫວຽດນາມ. ​ໃນ​ນັ້ນ, ທ່ານຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໂດ໋ບາ​ຕິ້ ​ໃຫ້​ຮູ້​ວ່າ: ຝ່າຍ​ກອງທັບ​ໄທ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ບັນດາ​ຂໍ້​ສະ​ເໜີ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ການ​ທະຫານ. ກ່ຽວ​ກັບ​ເລື່ອງ​ຊາວ​ປະມົງ​ສອງ​ປະ​ເທດ​ໄດ້​ລ່ວງ​ລ້ຳ​ເຂດ​ນ່ານທະ​ເລ​ຂອງ​ກັນ​ໂດຍ​ບໍ່​ມີ​ເຈດ​ຕະນາ​ໃນ​ການ​ຈັບ​ຫາ​ປານັ້ນ, ທ່ານຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໂດ໋ບາ​ຕິ້ ​ໃຫ້​ຮູ້​ວ່າ ຄະນະ​ໄດ​້ສະ​ເໜີ​ຕໍ່​ສອງ​ຝ່າຍ ວ່າ: ຖ້າ​ພົບ​ເຫັນ​ກໍລະນີ​ຄື​ດັ່ງກ່າວ ​ແມ່ນຕ້ອງ​ອະທິບາຍ, ຮຽກຮ້ອງ​ໃຫ້​ຊາວ​ປະມົງ​ສອງ​ປະ​ເທດ ກັບ​ຄືນ​ເຂດ​ທະ​ເລ​ຂອງ​ປະ​ເທດ​ຕົນ, ບໍ່​ຄວນ​ຈັບ​ຕົວ ຫລື​ຍິ່ງປືນ​ນາບ​ຂູ່, ​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ອິນ​ຊີ​ຂອງ​ຊາວ​ປະມົງ, ຝ່າຍ​ໄທ​ ກໍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ບັນຫາ​ນີ້. ທ່ານຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໂດ໋ບາ​ຕິ້ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ທີ່ການ​ພົບ​ປະ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຮັກ ຊີ​ນນະ​ວັດ, ທ່ານ​ນາງ ​ຍິງ​ຮັກ ກໍ​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ບັນດາ​ຂໍ້​ສະ​ເໜີ​ນີ້.

   ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໂດ໋ບາ​ຕິ້ ກໍ​ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ກັບສະພາບ​​ພາຍ​ໃນ​ປະ​ເທດ​ໃນ​ປີ 2011. ພິ​ເສດ ​ແມ່ນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ຫວຽດນາມ ​ຍຶດໝັ້ນຕໍ່ສູ້​ບົນ​ພື້ນຖານ​ກົດໝາຍ​ສາກົນ, ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ  ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ໃນ​ທະ​ເລ​ຕາ​ເວັນ​ອອກ (DOC )​ໂດຍ​ຈີນ ​ໄດ້​ເຊັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຮັບປະກັນ​ສະຖຽນ​ລະ​ພາບ​ບົນ​ທະ​ເລ ​ແລະ ​ຄວາມ​ສະຫງົບ​ປອດ​ໄພ​ເວົ້າລວມ.

ຂ່າວ/ບົດ​ອື່ນ