ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ລາຊະອານາຈັກກໍາປູເຈຍ ຢ່າງເປັນທາງການ

(VOVWORLD) - ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ Vong Pisen, ຜູ້ບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ, ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ໄດ້ເດີນທາງຢ້ຽມຢາມລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 30 ຕຸລາ - 02 ພະຈິກ 2019.
ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ລາຊະອານາຈັກກໍາປູເຈຍ ຢ່າງເປັນທາງການ - ảnh 1 ທ່ານ ພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ (ພາບ: TTXVN)

        ການຢ້ຽມຢາມລາຊະອານາຈັກ ກໍາປູເຈຍຂອງທ່ານພົນໂທ ຟານວັນຢາງ ແລະ ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນໄມຕີຈິດມິດຕະພາບ, ຜັນຂະຫຍາຍບົດບັນທຶກຊ່ວຍຈໍາສະບັບຕ່າງໆທີ່ການນໍາຂັ້ນສູງສອງປະເທດໄດ້ລົງນາມ, ນໍາບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ ແລະ ແທດຈິງ ເຊິ່ງເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນໄມຕີຈິດມິດຕະພາບ, ການຮ່ວມມືຮອບດ້ານ, ໝັ້ນຄົງຂະໜົງແກ່ນ ລະຫວ່າງສອງປະເທດຫວຽດນາມ - ກໍາປູເຈຍ.  

        ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ຈະຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືໃນໄລຍະຜ່ານມາ ແລະ ແລກປ່ຽນ, ຕົກລົງບັນດາມາດຕະການຮ່ວມມືໃນໄລຍະຈະມາເຖິງ ລະຫວ່່າງກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ກັບ ກອງບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ. ນອກຈາກນັ້ນ, ທ່ານພົນໂທ ຟານວັນຢາງ ເຂົ້າຢ້ຽມຂໍ່ານັບລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນາຍົກລັດຖະມົນຕີ ກໍາປູເຈຍ; ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ປະດັບຫຼຽນໄຊ ຂອງ ລັດຫວຽດນາມ ໃຫ້ແກ່ກົມກອງ, ສ່ວນບຸກຄົນຂອງກອງທັບລາຊະອານາຈັກ ກໍາປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ