ຄະນະຜູ້ແທນຂັ້ນສູງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຢ້ຽມຢາມ ລາວ

ຄະນະຜູ້ແທນຂັ້ນສູງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຢ້ຽມຢາມ ລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ
ຕ້ອນຮັບ​​ທ່ານ Nguyen Quan, ກຳມະການ​ສູນ​ກາ​ງພັກຫວຽດນາມ
(ພາບ: vietnamplus.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 4/9, ຢູ່​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ຫວຽດນາມ ​ໂດຍ​ທ່ານ Nguyen Quan, ກຳມະການ​ສູນ​ກາ​ງພັກ ນຳ​ໜ້າ, ທີ່​ພວມ​ຢູ່ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ໃນ​ລະຫວ່າງ​ວັນ​ທີ 4 – 7/9. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ Nguyen Quan ​ໄດ້​ແຈ້ງ​ໃຫ້​ຊາບບາງ​​ຈຸດກ່ຽວ​ກັບ​ບັນດາໂຄງການພັດທະນາ​ຂອງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຊ່ວຍ​ລາວ ກ່ຽວ​ກັບ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ຊຸກຍູ້​ບັນດາ​ໂຄງການ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ… ແລະ​ປາດ​ຖະໜາ​ວ່າ ທ່ານນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ເອົາ​ໃຈ​ໃສ່, ຊີ້​ນຳ​​ເພື່ອ​ໃຫ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ ບັນລຸ​ໄດ້​ໝາກຜົນຄື​ຄວາມ​ຫວັງ, ປະກອບສ່ວນປະຕິບັດ “ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ,ວັດທະນະທຳ, ວິທະຍາສາດ​ເຕັກນິກ ຫວຽດນາມ - ລາວ 2011 - 2012” ​ເຊິ່ງລັດຖະບານ​ສອງ​ປະ​ເທດ​ໄດ້​​ລົງ​ນາມ​. ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​​ໄດ້​ສະ​ເໜີ​ໃຫ້​ຫວຽດນາມ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ລາວ ກ່ຽວ​ກັບ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ​ແບ່ງປັນ​ຂ້ໍ​ມູນ​ຂ່າວ​ເພື່ອ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຕອບ​ສະໜອງ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິ​ດຕະພາບ ​ແລະ ຄວາມ​ສາມັກຄີ​​ແບບ​ພິ​ເສດ​ລະຫສ່າ​ງສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ວັນ​ທີ 5/9, ຢູ່​ແຂວງ​ຄຳ​ມ່ວນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ງານ​ໂຮງ​ຊຸມ​ມູນ, ພົບ​ປະ​ແລກປ່ຽນ​ມິດຕະພາບ​ຫວຽດນາມ - ລາວ ລະຫວ່າງ​ສອງ​ກະຊວງ; ພິທີ່​ມອບ​ຫຼຽນ​ໄຊ​​ອິດສະຫຼະ​ຊັ້ນ 2 ຂອງ​ລັດຖະບານ​ລາວ​ໃຫ້​ທ່ານ​ລັດຖະມົນຕີ​ຫວຽດນາມ Nguyen Quan, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ໃຫ້​ທ່ານ​ຮອງ​ລັດຖະມົນຕີ Tran Viet Thanh; ກອງປະຊຸມ​ສຳ​ມະ​ນາ​ວິທະຍາສາດ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ຫວຽດນາມ - ລາ​ວ” ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ອື່ນໆ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ ມິດຕະພາບ​ຫວຽດນາມ - ລາວ 2012.

ຂ່າວ/ບົດ​ອື່ນ