ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີໄຫວ້ອາໄລບັນດາການນຳສປປ.ລາວ

ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີໄຫວ້ອາໄລບັນດາການນຳສປປ.ລາວ - ảnh 1
​ພິ​ທີ​ໄຫວ້​ອາ​ໄລ​ບັນ​ດາ​ຜູ້ນຳ ລາວ

(vovworld) – ຕອນ​ບ່າຍ​ວັນ​ທີ 18/5, ທີ່​ນະ​ຄອນຫຼວງ ວຽງ​ຈັນ, ຄະ​ນະ​ຜູ້ອ​ທນ​ຂັ້ນ​ສູງ​ພັກ ແລະ ລັດ ຫວຽດ​ນາມ ໂດຍ​ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ນຳ​ໜ້າ, ເຂົ້າ​ຮ່ວມ​ພິ​ທີ​ໄຫວ້​ອາ​ໄລ​ບັນ​ດາ​ຜູ້ນຳ ລາວ ຖືກ​ເສຍ​ຊີ​ວິດ​ໃນ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຍ້ອນ​ເຫດ​ອຸ​ປ​ະ​ຕິ​ເຫດ​ເຮືອ​ບິນ​ຕົກ. ພາຍຫຼັງ​ພິ​ທີ​ໄວ້​ອາ​ໄລ, ທ່ານ ເລ​ຮົ່ງ​ແອງ ສົ່ງ​ຄຳ​​ແບ່ງ​ເບົາຄວາມ​ເສົ້າ​ສະ​ລົດ​ໃຈ​ຢ່າງ​ເ​ລິກ​ເຊີ່ງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ຫວຽດ​ນາມ ມາ​ຍັງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ລາວ, ທ່ານ ເລ​ຮົ່ງ​ແອງ ເຊື່ອ​ໝັ້ນ​ວ່າ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ລາວ ​ບັນ​ດາ​ເຜົ່າຈະ​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ຄວາມ​ເສຍ​ຫາຍອັນ​ໃຫຍ່ຫຼວງນີ້​ໂດຍ​ໄວ, ສືບ​ຕໍ່​ພາ​ລະ​ກິດ​ກໍ່​ສ້າງ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຢືນ​ຢັນ​ຈະ​ພ້ອມ​ກັບພັກ, ລັດ ແລະ ປະ​ຊາ​ຊົນ ລາວ ​ບັນ​ດາ​ເຜົ່າສືບ​ຕໍ່​ຮັກ​ສາ, ເພີ່ມ​ພູນ​ຄຸນ​ສ້າງ​ຢ່າງ​ບໍ່​ຢຸດຢັ້ງ ແລະ ​ສືບ​​ທອດໃຫ້​ແກ່ຄົນ​ລຸ່ນຫຼັງສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ.

ວິ​ສາ​ຫະກິດ​ຫວຽດນາມ​ໜູນ​ຊ່ວຍ​ບັນ​ດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫດ​ເຮືອ​ບິນ​ຕົກ​ຢູ່​ລາວ

  ວັນ​ທີ 19/5, ທ່ານ​ຟ້າ​ມກວາງ​ຕຸ່ງ, ຮອງ​ຜູ້ອຳນວຍການ​ໃຫ່ຍທະນາຄານ​ການ​ຄ້າ​ຫຸ້ນສ່ວນ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV), ຕາງໜ້າ​ໃຫ້​ສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ​ຫວຽດນາມ ​ໄປ​ລາວ ​ມອບ​ຈຳນວນ​ເງິນ 47.000 USD ​ໃຫ້​ແກ່​ຫ້ອງ​ວ່າການ​ລັດຖະບານ​ລາວ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ຍາດຕິ​ພີ່ນ້ອງ ​ແລະ ຄອບ​ຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫດ​ເຮືອ​ບິນ​ຕົກ​ຢູ່​ລາວ ​ເມື່ອ​ວັນ​ທີ 17/5 ຜ່ານ​ມາ. ທ່ານຟ້າ​ມກວາງ​ຕຸ່ງ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ນ້ຳ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ​ຫວຽດນາມ, ຂອງ​ທະນາຄານ BIDV, ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-​ຫວຽດ (LVB), ບໍລິສັດ​ປະກັນ​ໄພ​ລາວ-​ຫວຽດ (LVI) ທີ່​ມີ​ຕໍ່ຄອບ​ຄົວຜູ້​ປະສົບ​ເຄາະ​ຮ້າຍ./.

 


ຂ່າວ/ບົດ​ອື່ນ