ຄະນະຜູ້ແທນຂັ້ນສູງ ແຂວງ ຈຳປາສັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງຫງາຍ

ຄະນະຜູ້ແທນຂັ້ນສູງ ແຂວງ ຈຳປາສັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງຫງາຍ - ảnh 1
ທ່ານ ສົມ​ໄຊ ສີ​ພັນ​ດອນ ຕ່າງໜ້າໃຫ້ປະທານປະເທດ ລາວ ມອບຫຼຽນໄຊໃຫ້ ທ່ານ Vo Van Thuong, ​ເລຂາ​ຄະນະ​ພັກ​ແຂວງ ​ແລະ ທ່ານ Cao Khoa, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ

(vovworld) - ​ເພື່ອ​ຕອບ​ສະໜອງ “ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ ​ແລ​ະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ”, ຕອນ​ບ່າຍ​ວັນ​ທີ 21/8, ຄະນະ​ການ​ນຳ​ຂັ້ນ​ສູງ​ແຂວງ ຈຳ​ປາ​ສັກ, ​ໂດ​ຍທ່ານ ສົມ​ໄຊ ສີ​ພັນ​ດອນ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ແຂ​ວງ ຈຳປາ​ສັກ​ ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກກັບ​ການ​ນຳ​ແຂວງ ກວາງ​ຫງາຍ. ​ເນື່ອງ​ໃນ​ໂອກາດ​ນີ້, ​ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກທ່ານ​ປະທານ​ປະ​ເທດ ສປປ ລາວ, ທ່ານ​ເລຂາ​​ພັກ​ແຂວງ - ​ເຈົ້າ​ແຂວງ​ແຂວງ ຈຳປາ​ສັກ ​ໄດ້​ມອບ​ຫຼຽນ​ໄຊ ອິດສະຫຼະ ຊັ້ນ 2 ​ໃຫ້ 3 ໝູ່​ຄະນະ​ເຊິ່ງລວມມີ: ສະພາ​ປະຊາຊົນ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງກວາງ​ຫງາຍ, ​ແລະ ບຸກຄົນ​ທ່ານ Vo Van Thuong, ​ເລຂາ​ຄະນະ​ພັກ​ແຂວງ ​ແລະ ທ່ານ Cao Khoa, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ມອບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ພະ​ແນ​ກການ​ຕ່າງປະ​ເທດ​ແຂວງ ກວາງ​ຫງາຍ ຍ້ອນ​ມີ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ການ​ສ້າງຕັ້ງ, ​ເພີ່ມ​ພູ​ນຄູນ​ສ້າງສາ​ຍພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ​ແຂວງ ຈຳປາ​ສັກ ​ແລະ ກວາງ​ຫງາຍ​ໃນ​ໄລຍະ​ຜ່ານ​ມ​າ.

 

ຂ່າວ/ບົດ​ອື່ນ