ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍເລກທີ 0

(VOVWORLD) -   ນີ້ແມ່ນຫຼັກໝາຍຕັ້ງຢູ່ຈອມພູ ຄວານລາຊານ, ຂຶ້ນກັບຕາແສງ ຊິ່ນເທົ່າ, ເມືອງ ເມື່ອງແຍ໋, ແຂວງ ດ້ຽນບຽນ ຂອງ ຫວຽດນາມ ຕິດກັບເຂດ 11 ເມືອງ ຍອດອູ, ແຂວງ ຜົ້ງສາລີ ຂອງ ສປປ ລາວ ແລະ ເທດສະບານ ຈຸຍຊ່ວາຍ, ເມືອງ ຈາງຈິງ, ແຂວງ ຢູນໜານ ຂອງ ສປ ຈີນ.
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍເລກທີ 0	 - ảnh 1ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍເລກທີ 0   
(ພາບ:Vũ Lợi/VOV)

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະພະນັກງານທີ່ປຶກສາຝ່າຍທະຫານ ຈີນ ປະຈຳ ຫວຽດນາມ ໄດ້ລົງຢ້ຽມຢາມ, ກວດກາຫຼັກໝາຍເລກທີ 0, ຫຼັກ ອາປາຈ໋າຍ, ໃນວັນທີ 21 ມີນາ.

        ນີ້ແມ່ນຫຼັກໝາຍຕັ້ງຢູ່ຈອມພູ ຄວານລາຊານ, ຂຶ້ນກັບຕາແສງ ຊິ່ນເທົ່າ, ເມືອງ ເມື່ອງແຍ໋, ແຂວງ ດ້ຽນບຽນ ຂອງ ຫວຽດນາມ ຕິດກັບເຂດ 11 ເມືອງ ຍອດອູ, ແຂວງ ຜົ້ງສາລີ ຂອງ ສປປ ລາວ ແລະ ເທດສະບານ ຈຸຍຊ່ວາຍ, ເມືອງ ຈາງຈິງ, ແຂວງ ຢູນໜານ ຂອງ ສປ ຈີນ. ຫຼັກໝາຍແມ່ນເຂດ 3 ແຍກລະຫວ່າງສາມປະເທດ ຫວຽດນາມ - ລາວ - ຈີນ ໄດ້ຮັບການກໍ່ສ້າງນັບແຕ່ປີ 2005.

        ພາຍຫຼັງປະຕິບັດບັນດາພິທີທາງການ, ຫົວໜ້າຄະນະຜູ້ແທນຂັ້ນສູງປ້ອງກັນປະເທດ ສາມ ປະເທດ ຫວຽດນາມ - ລາວ - ຈີນ ກໍ່ໄດ້ເນັ້ນໜັກເຖິງຄວາມໝາຍການເມືອງ, ການທູດສຳຄັນຂອງຫຼັກໝາຍ ອາປາຈ໋າຍ. ພ້ອມທັງ ຫວັງວ່າ ເສັ້ນທາງຄົມມະນາຄົມ, ຈຸດທີ່ຕັ້ງຫຼັກໝາຍຈະໄດ້ຮັບການບູລະນະປະຕິສັງຂອນ, ເປີດກ້ວາງບໍ່ພຽງແຕ່ເພື່ອສືບຕໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເທົ່ານັ້ນ, ຫາກຍັງຮັບໃຊ້ຄວາມຕ້ອງການໃນການໄປມາຢ້ຽມຢາມຂອງປະຊາຊົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ