ຄະນະຜູ້ແທນຂັ້ນສູງກຳມາທິການການຕ່າງປະເທດສະພາແຫ່ງຊາດ ເຢຍລະມັນ ເຄື່ອນໄຫວຢ້ຽມຢາມ ຫວຽດນາມ

ຄະນະຜູ້ແທນຂັ້ນສູງກຳມາທິການການຕ່າງປະເທດສະພາແຫ່ງຊາດ ເຢຍລະມັນ ເຄື່ອນໄຫວຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ
ຕ້ອນຮັບ​ທ່ານ​ປະທານ​ຄະນະ​ກຳມທາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ
(ພາບ: chinhphu.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 10/04, ຢູ່​ຮ່າ​ໂນ​້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ Ruprecht Polenz. ທ່ານ​ຮອງ​ນາບຍົກ​ລັດຖະມົນຕີ ຫງວຽນທຽນ​ເຍີນ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ໃນ​ປະຊາ​ຄົມ​ອາ​ຊຽນ. ​ເພາະສະ​ນັ້ນ, ຫວຽດນາມ ກຽ​ມພ້ອມ​ເປັນ​ຂົວ​ເຊື່ອມ​ຕໍ່, ຊຸກ​ຍູ້ການ​ພົວພັນ​ລະຫວ່າງ ສ.ສະຫະພັນ​ເຢຍລະ​ມັນ ກັບ​ປະຊາ​ຄົມ​ນີ້ ຢ່າງ​ແຮງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ປາດ​ຖະໜາ​ວ່າ ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ຢ່າງຮອບດ້ານ​ກວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ Ruprecht Polenz ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່ການ​ພັດທະນາ​ດ້ານ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ປາດ​ຖະໜາ​ວ່າ ລັດຖະບານ​ຫວຽດນາມ ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ກວ່າ​ອີກ ໃຫ້​ແກ່​ວິ​ສາ​ຫະກິດ​ເຢຍລະ​ມັນ​ ​ລົງທຶນ​ເຂົ້າ​ຫວຽດນາມ​. ​ໃນ​ໄລຍະ​ໄກ້ໆນີ້, 2 ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​​ໃຫ້​ມີ​ປະສິດ​ທິຜົນ, ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດຂອງ​ແຕ່ລະ​ປະ​ເທດ.

ແລະ​ກໍ່​ໃນ​ວັນ​ທີ 10/4, ຄະນະ​ຜູ້​ແທນ​ຂັ້ນ​ສູງກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີມິນ. ຢູ່​ທີ່​ນີ້, ທ່ານ​ໄດ້​ໄປ​ຢ​້ຽມຢາມ​ມະຫາວິທະຍາ​ໄລ ​ເຢຍລະ​ມັນ - ຫວຽດນາມ ​ແລະ ​ເຂດ​ດິນ​ຈະ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊາຍ​ຄາ ​ເຢຍລະ​ມັນ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ເຊິ່ງ​ແມ່ນ​ໂຄງການ​ໄດ້​ຮັບ​ຖື​ວ່າ: ​ແມ່ນ​ສັນຍາ​ລັກ​ຂອງ​ສາຍ​ພົວພັນ ​ເຢຍລະ​ມັນ - ຫວຽດນາມ ​ໃນ​ອະນາຄົດ. ນີ້​ຈະ​ແມ່ນ​ແຫ່ງ​ຕັ້ງ​ສຳນັກງານ​ບັນ​ດາ​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ ວັດທະ​ນະ​ທຳ, ວິທະຍາສາດ, ສຶກສາ ​ແ ບຳລຸງ​ສ້າງ ຂ​ອງ ​ເຢຍລະ​ມັນ​ຢູ່ ຫວຽດນາມ. ທ່ານ​ປະທານ​ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ ຊາດ ​ເຢຍລະ​ມັນ Ruprecht Polenz ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ການ​ແລກປ່ຽນ​ກັບ​ບັນດາ​ວິ​ສາ​ຫະກິດ​ຂອງ ​ເຢຍລະ​ມັນ ຢູ່ ຫວຽດນາມ ​ແລ​້ວ ​ແລະ ​ເຂົາ​ເຈົ້າ​ໄດ້​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ລາຍການ​ສອນວິຊາ​ຊີບ​ໃຫ້​ກຳມະກອນ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ໃນ​ອະນາຄົດ​ໃກ້​ໆ​ນີ້ ຈະ​ມີ​ວິ​ສາ​ຫະກິດ​ຕ່າງ​ປະ​ເທດຢູ່ ຫວຽດນາມ ​ແລະ ວິ​ສາ​ຫະກິດຫວຽດນາມ​ຫຼາຍ​ແຫ່ງ​​ເຂົ້າ​ຮ່ວມ​ລາຍການ​ສອນ​ວິຊາ​ຊີ​ບນີ້.”

        ຄະນະ​ຜູ້​ແທນ​ຂັ້ນ​ສູງກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການພົບ​ປະ​ແລກປ່ຽນ​ກັບ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ