ຄະນະຜູ້ແທນຂັ້ນສູງພັກ ສັງຄົມນິຍົມ ອີຢີບ ຢ້ຽມຢາມ ຫວຽດນາມ

ຄະນະຜູ້ແທນຂັ້ນສູງພັກ ສັງຄົມນິຍົມ ອີຢີບ ຢ້ຽມຢາມ ຫວຽດນາມ - ảnh 1
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ສັງ​ຄົມ​ນິ​ຍົມ ອີ​ຢີບ ຢ້ຽມ​ຢາມ ຫວຽດ​ນາມ
(ພາບ: VTV.VN)


(vovworld)-​ ຕອນ​ເຊົ້າ ວັນ​ທີ 18/8, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ຮ່​ວາງ​ບີ່ງກວນ, ​ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າຄະ​ນະ​ພົວ​ພັນຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ໃຫ້ການຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ສັງ​ຄົມ​ນິ​ຍົມ ອີ​ຢີບ(ESP) ໂດຍ​ທ່ານ Mamdu Habasi, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​​ພັກຮັບ​ຜິດ​ຊອບ​ການ​ພົວ​ພັນຕ່າງ​ປະ​ເທດ ຂອງ​ພັກ ESP ນຳ​ໜ້າ​ຄະ​ນະ ຜູ້​ແທນ ພວມ​​ຢ້ຽມ​ຢາມ ຫວຽດ​ນາມ. ທ່ານ​ຮ່​ວາງ​ບີ່ງກວນ ​ໄດ້​ແຈ້ງໃຫ້​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ສັງ​ຄົມ​ນິ​ຍົມ ອີ​ຢີບ ຮັບ​ຊາບບາງ​ຈຸດ​ໃຫຍ່ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ຫວຽດ​ນາມ​ໃນມໍ່ໆ​ມານີ້; ຢັ້ງ​ຢືນ​ຈະ​ສະ​ໜັບ​ສະ​ໜູນ ແລະ ຕັດ​ສິນ​ໃຈ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ  ພັກ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ອີ​ຢີບ​ໃຫ້​ດີ​​ຍິ່ງກ່​ວາ​ອີກ.

ທ່ານ Mamdu Habasi ​ໄດ້ຕີ​ລາ​ຄາ​ສູງ​ບົດ​ບາດ​ ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃນ​ຂະ​ບວນ​ການ​ກໍ່​ສ້າງ ແລະ ປ​ອ້ງ​ກັນ​ປະ​ເທດ​ຊາດ; ຖື​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເປັນ​ແບບ​ຢ່າງ ເພື່ອ​ໃຫ້​ພັກ​ສັງ​ຄົມ​ນິ​ຍົມ ອີ​ຢີບ​ ປະ​ຕິ​ບັດ​ຕາມ. ທ່ານ Mamdu Habasi ຢັ້ງ​ຢືນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຊຸກ​ຍູ້ ແລະ ເພີ່​ມ​ທະ​ວີ​ການ​ພົວ​ພັນ​​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ ພັກ ແລະ ປະ​ຊາ​ຊົນ 2 ປະ​ເທດ, ເພີ່​ມ​ທະ​ວີ​ການ​ພົວ​ພັນ​ ລະ​ຫວ່າງ 2 ພັກ​ເປັນ​ພື້ນ​ຖານ​ການ​ເມືອງ ເພື່ອ​ພັດ​ທະ​ນ​າ​ການ​ພົວ​ພັນດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ.

ຂ່າວ/ບົດ​ອື່ນ