ຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາສະຫະພາບ ມຽນມາ ຢ້ຽມຢາມ ຫວຽດນາມ

(VOVWORLD) -ພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາ ມຽນມາ ແລະ ຫວຽດນາມ ກໍຄື ໃນການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ.
ຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາສະຫະພາບ ມຽນມາ ຢ້ຽມຢາມ ຫວຽດນາມ - ảnh 1ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານ U Than Htay

ວັນທີ 20 ທັນວາ, ຢູ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ  ໄດ້ມີການຕ້ອນຮັບ ແລະ ພົບປະສັງສັນກັບ ທ່ານປະທານ U Than Htay ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ (USDP) ເຊິ່ງພວມມີການຢ້ຽມຢາມຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ທ່ານ U Than Htay ແລະ ພັກ USDP ເສີມຂະຫຍາຍບົດບາດ ເພື່ອແນໃສ່ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ, ໂດຍສະເພາະແມ່ນການຕິດຕາມກວດກາ ການປະຕິບັດບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມື ເຊິ່ງລັດຖະບານສອງປະເທດ ໄດ້ລົງນາມນຳກັນ, ເພື່ອແນໃສ່ນຳການພົວພັນຮ່ວມມືໃນທຸກຂົງເຂດ ລະຫວ່າງຫວຽດນາມ - ມຽນມາ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ສ່ວນທ່ານ U Than Htay, ປະທານພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ ໄດ້ເນັ້ນໜັກວ່າ: ໂດຍເປັນປະເທດບ້ານໃກ້ເຮືອນຄຽງນອນໃນພາກພື້ນດຽວກັນ, ສອງປະເທດ ໄດ້ແບ່ງປັນທັດສະນະຄ້າຍຄືກັນຫຼາຍຢ່າງ, ພ້ອມກັນນັ້ນ, ທ່ານໄດ້ຢັ້ງຢືນວ່າ ພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາ ມຽນມາ ແລະ ຫວຽດນາມ ກໍຄື ໃນການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ.

ໃນໄລຍະເວລາຢ້ຽມຢາມຫວຽດນາມ, ຄະນະພັກສາມັກຄີ ແລະ ພັດທະນາສະຫະພາບ ມຽນມາ ກໍມີການພົບປະແລກປ່ຽນກັບການນຳ ຄະນະຈັດຕັ້ງສູນກາງ, ການນຳຄະນະກຳມະການກວດກາສູນກາງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ; ຢ້ຽມຢາມແຂວງກວາງນິງ ແລະ ຮາກຖານເສດຖະກິດ, ວັດທະນະທຳບາງແຫ່ງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ