ຄະນະຜູ້ແທນຂັ້ນສູງພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ກຳອຳນາດຢ້ຽມຢາມ ຫວຽດນາມ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງສູນກາງພັກກອມມູນິດ ຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ (PAP) ກຳອຳນາດ, ໂດຍທ່ານ Kho Bun Oan ປະທານພັກ, ລັດຖະມົນຕີປະສານງານພື້ນຖານໂຄງລ່າງ, ລັດຖະມົນຕີກະຊວງຄົມມະນາຄົມ ນຳໜ້າ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 27 – 30 ມິຖຸນາ
ຄະນະຜູ້ແທນຂັ້ນສູງພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ກຳອຳນາດຢ້ຽມຢາມ ຫວຽດນາມ - ảnh 1 ຄະນະຜູ້ແທນຂັ້ນສູງພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ກຳອຳນາດຢ້ຽມຢາມ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 28 ມິຖຸນາ, ທີ່ສຳນັກງານສູນກາງພັກ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງເປັນຫົວໜ້າຄະນະ, ໄດ້ພົບປະແລກປ່ຽນກັບຄະນະຜູ້ແທນຂັ້ນສູງພັກ PAP. ນະທີ່ນີ້, ທ່ານ ຫງວຽນວັນບີງ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ມີແຜນນະໂຍບາຍພັດທະນາ ແລະ ປັບປຸງການພົວພັນກັບບັນດາພັກກຳອຳນາດ ແລະ ພັກການເມືອງຕ່າງໆ, ໃນນັ້ນ ຖືເປັນສຳຄັນເລື່ອງເພີ່ມທະວີການພົວພັນກັບພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ບົນພື້ນຖານຮັບປະກັນຜົນປະໂຫຍດຂອງປະເທດຊາດ, ຮັກສາເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ສ່ວນທ່ານ Kho Bun Oan ປະທານພັກ PAP ຢືນຢັນວ່າ ພັກ PAP ຍາມໃດກໍ່ປາດຖະໜາຢາກແລກປ່ຽນບົດຮຽນກັບ ພັກກອມມູນິດ ຫວຽດນາມ ໃນບັນດາຂົງເຂດຊີ້ນຳນຳພາ, ຄຸ້ມຄອງ ແລະ ກໍ່ສ້າງພັກ. ທີ່ການເຈລະຈາ, 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົວພັນ 2 ພັກຕື່ມອີກ ໂດຍຜ່ານການພົບປະ, ແລກກ່ຽນລະຫວ່າງການນຳຂັ້ນສູງ 2 ພັກ ແລະ ແບ່ງປັນບົດຮຽນຄຸ້ມຄອງ, ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ