ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກຼາເທດ ຢ້ຽມຢາມ ອ່າວຮ້າລອງ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 20 – 24 ກໍລະກົດ, ວັນທີ 22 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກຼາເທດ ໂດຍທ່ານນາງ Shirin Sharmin Chaudhury ປະທານສະພາແຫ່ງຊາດນຳໜ້າ ໄປຢ້ຽມຢາມ ອ່າວຮ້າລອງ
ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກຼາເທດ ຢ້ຽມຢາມ ອ່າວຮ້າລອງ - ảnh 1 ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກຼາເທດ ຢ້ຽມຢາມ ອ່າວຮ້າລອງ (ພາບ: TTXVN)

ທ່ານນາງປະທານສະພາແຫ່ງຊາດ ບັງກຼາເທດ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ອ່າວຮ້າລອງ. ທ່ານນາງກໍ່ຢືນຢັນວ່າ ເມື່ອກັບຄືນປະເທດ ທ່ານຈະແນະນຳກ່ຽວກັບທິວທັດທຳມະຊາດ ອ່າວຮ້າລອງ ໃຫ້ປະຊາຊົນ ບັງກຼາເທດ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ວາ ແລະ ມາຢ້ຽມຢາມສະຖານທີ່ທ່ອງທ່ຽວມີຊື່ສຽງ ອ່າວຮ້າລອງ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ