ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເລີມດົງ

(VOVWORLD) -ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີຄວາມຫວັງວ່າ  ແຂວງເລີມດົງ ຈະສ້າງເງື່ອນໄຂທີ່ສະດວກ, ແບ່ງປັນບັນດາບົດຮຽນທີ່ແທດຈິງເພື່ອໃຫ້ບັນດາຄະນະປະຕິບັດງານຂອງ ລາວ ໄດ້ມາຢ້ຽມຊົມ, ຮັບເອົາວິທີການກະເສດເຕັກໂນໂລຢີສູງຂອງທ້ອງຖິ່ນ ໃນໄລຍະຈະມາເຖິງ.
ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເລີມດົງ - ảnh 1ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ແລະ  ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ຢ້ຽມຢາມບາງຮູບແບບການຜະລິດກະສິກຳເຕັກໂນໂລຢີຢູ່ນະຄອນ ດາລາດ (ພາບ:TTXVN)

ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເລີມດົງ, ຕອນບ່າຍວັນທີ 6 ມີນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ນຳໜ້າໄດ້ລົງຢ້ຽມຢາມບາງຮູບແບບການຜະລິດກະສິກຳເຕັກໂນໂລຢີຢູ່ນະຄອນ ດາລາດ.

        ທີ່ເຂດຜະລິດກະສິກຳເຕັກໂນໂລຢີສູງຂອງບໍລິສັດ Hasfarm ດາລາດ ແລະ ບໍລິສັດ ປູກຜັກໃນເຮືອນຮົ່ມ ດາລາດ ຈຳກັດ, ຄະນະໄດ້ໄປຢ້ຽມຊົມ ແລະ ຊອກຮູ້ບັນດາວິວັດການ, ເຕັກໂນໂລຢີການຜະລິດ, ການຫຸ້ມຫໍ່, ການຮັກສາຜະລິດຕະພັນຜັກ, ດອກໄມ້ທີ່ມີຄຸນນະພາບສູງເພື່ອສະໜອງໃຫ້ແກ່ຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ຖືເປັນສຳຄັນການນຳໃຊ້ອຸດສາຫະກຳກ້າວໜ້າຂອງໂລກເຂົ້າໃນການຜະລິດກະສິກຳຂອງ ດາລາດ - ເລີມດົງ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນບັນດາຮູບແບບການຜະລິດກະສິກຳທີ່ມີປະສິດທິຜົນ ແລະ ມີລັກສະນະແບບຍືນຍົງ ເຊິ່ງ ລາວ ຄວນຖອດຖອນບົດຮຽນເພື່ອນຳໃຊ້ໃຫ້ແກ່ພື້ນຖານເສດຖະກິດຂອງຕົນ. ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີຄວາມຫວັງວ່າ  ແຂວງເລີມດົງ ຈະສ້າງເງື່ອນໄຂທີ່ສະດວກ, ແບ່ງປັນບັນດາບົດຮຽນທີ່ແທດຈິງເພື່ອໃຫ້ບັນດາຄະນະປະຕິບັດງານຂອງ ລາວ ໄດ້ມາຢ້ຽມຊົມ, ຮັບເອົາວິທີການກະເສດເຕັກໂນໂລຢີສູງຂອງທ້ອງຖິ່ນ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ