ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສ. Bulgaria ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສ. Bulgaria ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ - ảnh 1
ທີ່ພິທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກກ​ຊ່ວຍ​ຈຳ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງປະເທດ
( ພາບ: vietnamplus.vn )

( vovworld ) –   ຕອນ​ຄໍ່າ​ວັນ​ທີ 17/4, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດສ. Bulgaria ​ໂດຍ​ທ່ານ​ນາງ Tsetska Tsacheva, ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ ​ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ໃນ​​​ໄລຍະ​ຢູ່​ຢ້ຽມຢາມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ Bulgaria ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ Tsetska Tsacheva ​ແລະ ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກກ​ຊ່ວຍ​ຈຳ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ Bulgaria, ສ້າງ​ພື້ນຖານ​ນິຕິ​ທຳ​ເພື່ອ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິບັນຍັດ​ຂອງສອງ​ປະ​ເທດກວ່າ​ອີກ. ​ໃນ​ຂອບ​ເຂດ​​ແຫ່ງການຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ Tsetska Tsacheva ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ປະທານ​ປະ​ເທດ Truong Tan Sang, ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກ​ລັດ​ທະ​ມົນຕີ​ Nguyen Tan Dung.  ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ Bulgaria ​ແລະ ຄະນະ​ຜູ້​ແທນ​​ໄດ້ເຂົ້າ​ຢ້ຽມຂໍ່ານັບ​ສຸສານ​ປະທານ ​ໂຮ່ຈິ​ມິນ, ຢ້ຽມຢາມ​ເຂດ​ປຸ​ຊະ​ນີ​ເຮືອນຮານ​ ແລະ ສຳນັກງານ​ປະທານ​ປະ​ເທດ, ຢ້ຽມຢາມ​ນະຄອນ ​ໂຮ່ຈິ​ມິນ ​ແລະ ອ່າວ Ha Long.

ຂ່າວ/ບົດ​ອື່ນ