ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຮຸງກາຣີຢ້ຽມຢາມນະຄອນດ່າໜັງ

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຮຸງກາຣີຢ້ຽມຢາມນະຄອນດ່າໜັງ - ảnh 1
ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດ່າ​ໜັງ ຫງວຽນ​ຊວນ​ແອ​ງ
ຕ້ອນຮັບ ທ່ານ Kover Laszlo
(ພາຍ: TTXVN)

(vovworld) –​​​ ​ ​​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ວັນ​ທີ 12/11, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ ​ໂດຍ​ທ່ານ Kover Laszlo ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາ​ຣີ ນຳ​ໜ້າ​​ໄດ້​ມາ​ຢ້ຽມຢາມ​ນະຄອນ ດ່າ​ໜັງ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດ່າ​ໜັງ ຫງວຽນ​ຊວນ​ແອ​ງ ​ໄດ້​ແນະນຳ​ກ່ຽວ​ກັບ​ນະຄອນ, ບັນດາ​ຜົນງານ​ເສດຖະກິດ - ສັງຄົມ​ຂອງ ດ່າ​ໜັງ​ໃນ​ຊຸມ​ປີຜ່ານມາ, ​ແນະນຳ​ບັນດາ​ພື້ນຖານ​ໂຄງ​ລ່າງ ​ແລະ ນະ​ໂຍບາຍ​ບຸລິມະສິດ​ການ​ລົງທຶນ​ຂອງ​ນະຄອນ ທີ່ສະຫງວນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ; ບັນດາ​ດັດຊະນີ ​ເຊິ່ງ ດ່າ​ໜັງ ພວມ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ຄື: ດັດຊະນີ​ກຳລັງ​ແກ່ງ​ແຍ້​ງຂັ້ນ​ແຂວງ (PCI), ດັດຊະນີ​ກຽມພ້ອມພັດທະນາ ​ແລະ ໜູນ​​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າ​ວສານ (ICT), ດັດຊະນີ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ; ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເຕັກ​ໂນ​ໂລ​ຢີສູງ ​ແລະ ​ເຂດເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າ​ວສານ ລວມສຸນ​ໃນ​ນະຄອນ ທີ່ພວມ​ດຶງ​ດູດ​ການ​ລົງທຶນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Kover Laszlo ກໍ​ແຈ້ງ​ໃຫ້ຊາບ ໝາກ​ຜົນ​ຂອງ​ບັນດາ​ການ​ພົບ​ປະລະ​ຫວ່າງ​ຄະນະ​ກັບ​ການ​ນຳ ພັກ, ລັດ ຫວຽດນາມ; ພ້ອມ​ກັນ​ນັ້ນ ກໍຂອບ​ໃຈ​ການ​ນຳ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ ​ເພື່ອ​​ໃຫ້ຄະນະ​​ໄປຢ້ຽມຢາມ​ບັນດາ​ທັດສະນີ​ຍະ​ພາບ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ ຫວຽດນາມ. ວັນ​ທີ 13/11 ຄະນະ​ຈະ​ອອກ​ຈາກ​ນະຄອນ ດ່າ​ໜັງ ​ເດີນທາງ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ.

ຕອບກັບ

ຂ່າວ/ບົດ​ອື່ນ