ຄະນະຜູ້ແທນຂັ້ນສູງຫວຽດນາມຢ້ຽມຢາມແລະອວຍພອນບຸນປີໃໝ່ຢູ່ລາວ

ຄະນະຜູ້ແທນຂັ້ນສູງຫວຽດນາມຢ້ຽມຢາມແລະອວຍພອນບຸນປີໃໝ່ຢູ່ລາວ - ảnh 1
ພາບປະກອບຈາກ TTXVN

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ລາວ ຢ່າງ​​ເປັນ​ທາງ​ການ, ວັນ​ທີ 12 ​ແລະ ຕອນ​ເຊົ້າ​ວັນ​ທີ 13/4, ທ່ານ ດິງ​ເທ໋ຮີ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ທ່ານ ຄຳ​ໄຕ ສີ​ພັນ​ດອນ, ອະດີດ​ປະທານ​ພັກ, ອະດີດ​ປະທາ​ນປະ​ເທດ ລາວ, ຕ້ອນຮັບ​ຄະນະ​ຜູ້​ແທນ​ກາ​ນນຳ​ແຂວງ ຈຳປາ​ສັກ, ​ໂດຍທາງ ບຸນ​ທອງ ດີ​ວີ​ໄຊ, ​ເລຂາ​ຄະນະ​ພັກ​ແຂວງ ​ເຂົ້າ​ຢ້ຽມ​ຂຳ່ນັບ, ​ເຂົ້າ​ຮ່ວມ​ພິທີ ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​​ແຂວງ ຈຳປາ​ສັກ. ທີ່​ການ​ພົບ​ປະ, ທ່ານ ດິງ​ເທ໋ຮີ​ງ ​ເຊື່ອ​ໝັ້ນ​ວ່າ: ​ໂດຍ​ພາຍ​ໃຕ້ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ອົງຄະ​ນະ​ພັກ, ອຳ​ນາດ​ການ​ປົກຄອງ, ປະຊາຊົນ​ແຂວງ ຈຳປາ​ສັກ ຈະ​ປະຕິບັດ​ມະຕິກ​ອງປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງອົງ​ຄະນະ​ພັກ​ແຂວງ​ຢ່າງ​ມີ​ໄຊ, ກໍ່ສ້າງ​ແຂວງ ຈຳປາ​ສັກ ​ໃຫ້ຮັ່ງ​ມີ, ​ເຂັ້ມ​ແຂງ, ປະຊາຊົນ​ອີ່ມ​ໜຳ​ສຳ​ລານ, ຜາ​ສຸກ ​ແລະ​ ປະກອບສ່ວນ​ເໝາະສົມ​​ເຂົ້າ​ໃນ​ພາ​ລະ​ກິດ​ລວມຂອງ​ປະຊາຊົນ​ລາວ.

        ສ່ວນ​ທ່ານ ຄຳ​ໄຕ ສີ​ພັນ​ດອນ ​ແລະ ການ​ນຳ​ແຂວງ ຈຳປາ​ສັກ ຢັ້ງຢືນ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ​ແມ່ນ​ການ​ພົວພັນ​ມີ​ຄວາມ​ໝາຍ​​ເປັນຕາ​ຍສຳລັບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທ​ດ ​ແລະ 2 ຝ່າຍ​ຕ້ອງ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດ​ໃຫ້​ລຸ່ນຄົນ​ຕໍ່​ໄປ.


ຂ່າວ/ບົດ​ອື່ນ