ຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດດີເດັ່ນກັບເມືອປະເທດເພື່ອສະເຫຼີມສະຫຼອງວັນຊາດ2/9

ຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດດີເດັ່ນກັບເມືອປະເທດເພື່ອສະເຫຼີມສະຫຼອງວັນຊາດ2/9 - ảnh 1
ປະທານ ຫງວຽນທ້ຽນເຍີນ ແລະ ຄະນະຜູ້ແທນຊາວຫວຽດນາມອາໄສຢູ່
ຕ່າງປະເທດທີ່ດີເດັ່ນ (ພາບ: ອິນເຕີແນັດ)

(vovworld) – ​ ​ ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່ດີ​ເດັ່ນ 32 ຄົນ ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ​ຄື: ​ອັງ​ໂກລາ, ກາ​ນາ​ດາ, ກຳປູ​ເຈຍ, ລາວ, ອາ​ເມ​ລິ​ກາ, ລັດ​ເຊຍ, ຝະຣັ່ງ…​ໄດ້​ກັບ​ເມືອປະ​ເທດ​ຕາມ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ແຫ່ງ​ລັດກ່ຽວ​ກັບ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ (ກະຊວງ​ການ​ຕ່າງ​ປະ​ເທ​ດ) ​ເນື່ອງ​ໃນ​ໂອກາດ​ສ​ະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນການ​ປະຕິວັດ​ເດືອ​ນ ສິງຫາ ( 19/8/1945 – 19/8/2015) ​ແລະ ວັນຊາດ​ທີ 2/9 (2/9/1945 – 2/9/2015). ນີ້​ແມ່ນ​ບັນດາ​ຜູ້​ແທນ​ທີ່​ດີ​ເດັ່ນ, ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ຊາວ ຫວຽດນາມ ​ຢູ່​ຕ່າງປະ​ເທດ ກໍ​ຄື​ປະ​ເທດ​ຊາດ ​ແລະ ລ້ວນ​ແຕ່​ແມ່ນ​​ການ​ນຳບັນດາ​ສະມາ​ຄົມ ຫວຽດນາມ ຢູ່​ຕ່າງປະ​ເທດ.

        ​ໃນ​ໄລຍະ​ຢູ່​ຢ້ຽ​ມຢາ​ມບ້ານ​ເກີດ​ເມືອງ​ນອນ ​ໃນລະຫວ່າງ​ວັນ​ທີ 27/8 – 3/9, ຄະນະ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຈະ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ຄື: ວາງ​ພວງ​ມາລາອາ​ໄລ​ຫາ​ບັນດາ​ວິລະ​ຊົນ​ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ​ເຂົ້າ​ສຸສານ​ໄຫວ້​ອາ​ໄລປະທານ ​ໂຮ່ຈີ​ມິນ; ຢ້ຽມຢາມ​ປູ​ສະ​ນີຍະຖາ​ນປະຫວັດສາດສຳນັກງານ ປະທານ​ປະ​ເທດ; ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາພົນ​ເອກ ຫວໍ​ຫງວຽນຢ໋າບ ​ແລະ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກການ​ນຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ຂ່າວ/ບົດ​ອື່ນ