ຄະນະຜູ້ແທນຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ ປີ 2013

ຄະນະຜູ້ແທນຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ ປີ 2013 - ảnh 1

ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ໄປ​ຢ້ຽມຢາມ
​ເຂດ​ປູຊະນີຍະສະຖານ​ວິຫານ​ຮຸ່ງ ຢູ່​ແຂວງ​ຟູ໋ທໍ້

(vovworld) – ວັນ​ທີ 11/7, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ແມ່ນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 200 ຄົນ, ທີ່ມີ​ຜົນງານ​ດີ​​ເດັ່ນໃນ​ການ​ຮຳ່ຮຽນ ​ແລະ ອອກ​ແຮງ​ງານ​​ເຊິ່ງມາ​ຈາກ 24 ປະ​ເທດ​ໃນ​ທົ່ວ​ໂລກ​ໄດ້​ກັບ​ເມືອ​ປະ​ເທດ​ເພື່ອ​ເຂົ້າ​ຮ່ວມ​ລາຍການ​ຄ້າຍ​ພັກ​ແລ້ງ ຫວຽດນາມ ປີ 2013. ທ່ານ ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໃຫ້​ຮູ້​ວ່າ: ຄ້າຍ​ພັກ​ແລ້ງ​ປີ​ນີ້ຖືກ​ຈັດ​ຂຶ້ນ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 68 ປີ​​ແຫ່ງ​ວັນ​ປະຕິວັດ​ເດືອນ ສິງ​ຫາ, 66 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ພິ​ເສດ​ແມ່ນ​ຂີດ​ໝາຍ 10 ປີ​ແຫ່ງ​ວັນ​ຈັດ​ຕັ້ງ​ຄ້າຍ​ພັກ​ແລ້ງ. ​ເນື້ອ​ໃນ​ຂອງ​ຄ້າຍ​ພັກ​ແລ້ງ​ປີ​ນີ້ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຊາວ​ໜຸ່ມ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ສຳ​ພັດ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ກົກ​ເຂົ້າ​ເຫງົາ​ກໍ່​ວັດທະນະທຳ, ຄວາມ​ສາມັກຄີ​ຂອງ​ບັນດາ​ເຜົ່າ ຫວຽດນາມ ກ່ວາ​ອີກ, ຜ່ານ​ນັ້ນ, ຍົກ​ສູງ​ຄວາມ​ຮູ້​ບຸນຄູນ, ຕໍ່​ບັນພະບຸລຸດ, ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.

ຕອນ​ເຊົ້າ​ວັນ​ທີ 12/7 ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ໄປ​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ວິຫານ​ຮຸ່ງ ຢູ່​ແຂວງ​ຟູ໋ທໍ້. ຄະນະ​ໄດ້​ຖະຫວາຍ​ທູບ​ທຽນ​ຢູ່​ວິຫານ​ຫ້າ, ວິຫານ​ຈຸ​ງ, ວິຫານ​ເທື້ອງ, ວິຫານ​ຢ໋ຽງ, ​ແລະ ຮັບ​ຟັງ​ກ່ຽວ​ກັບ​ພາລະກິດ​ກໍ່ສ້າງ​ປະ​ເທດ​ວັນ​ລາງ​ ຂອງ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ດ່າວກິ​ມອວນ, ນັກ​ສຶກສາ​ປີ​ທີ 1, ມະຫາວິທະຍາ​ໄລ ​ອາ​ເມ​ລິ​ກາ - ຮູ​ມາ​ນີ, ຢູ່​ຮູ​ມາ​ນີ​, ແບ່ງປັນ​ວ່າ:

“ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ນ້ອງ​​ໄດ້ມາ​ຢ້ຽມຢາມ​ວິຫານ​ຮຸ່ງ, ​ແຂວງ​ຟູ໋ທໍ້. ນ້ອງ​ເຫັນ​ວ່າ​ປູຊະນີຍະສະຖານ​ແຫ່ງ​ນີ້​ດັ້ງ​ເດີມ, ບູຮານ​ຫຼາຍ, ນ້ອງ​ໄດ້​ຈູດ​ທູບ​ທຽນ​ໄຫວ້​ບູຊາ​ບັນດາ​​ເຈົ້າ​ຊີວິດ​ຮຸ່ງ. ນ້ອງ​ຄິດ​ວ່າ​ນີ້​ຈຶ່ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ“.

ສ່ວນ​ ຮ່າ​ເລ​ມິນ​ເຢືອງ, ນັກຮຽນ​ມັດ​ຖະຍົມ​ຕອນ​ຕົ້ນ​ຢູ່​ລັດ​ເຊຍ, ​ກໍ່​ເວົ້າວ່າ:

“ປູຊະນີຍະສະຖານ​ແຫ່ງ​ນີ້ງາມ​ຫຼາຍ. ມາ​ວິຫານ​ຮຸ່ງ, ນ້ອງ​ຄິດ​ຮອດ​ຄິດ​ເຖິງ​ບັນພະບຸລຸດ​ຂອງ​ຕົນ ກໍ່​ຄື​ຊາວ​ຫວຽດນາມ​ຜູ້​ທີ່​ໄດ້​ຮັກສາປູຊະນີຍະສະຖານ​ແຫ່ງ​ນີ້“.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ ​ເພື່ອ​ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຫຼັກ​ສິນ​ທຳ​ທີ່​ວ່າ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ“ ຂອງ​ຊາດ​ຫວຽດນາມ, ​ເພື່ອ​ຍົກ​ສູງ​ສະຕິ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​​ເລືອດ​ເນື້ອ​ເຊື້ອ​ຊາດ​ຂອງ​ຕົນ.

    ຕາມ​ລາຍການ​ແລ້ວ, ຄ້າຍ​ພັກ​ແລ້ງ​ຈະ​ດຳ​ເນີນ​ຢູ່ 9 ​ແຂວງ, ນະຄອນ​​ຂອງ​ປະ​ເທດ​, ພິທີ​ໄຂ​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ ຮ່າ​ຢາງ ​ແລະ ສິ້ນ​ສຸດ​ຢູ່​ແຂວງ ກາ​ເມົາ. ​

ຂ່າວ/ບົດ​ອື່ນ