ຄະນະຜູ້ແທນທ້ອງຖິ່ນຕ່າງໆ ແລະ ນັກຂ່າວຢ້ຽມຢາມ,ອວຍພອນບຸນເຕັດບັນດາພະນັກງານ, ນັກຮົບທະຫານເຮືອເຂດ 5

(VOVWORLD) -ໃນຫຼາຍປີຜ່ານມາ, ພ້ອມກັບຄວາມເອົາໃຈໃສ່ຂອງພັກ, ລັດ, ພະນັກງານນັກຮົບທະຫານເຮືອເຂດ 5
ຄະນະຜູ້ແທນທ້ອງຖິ່ນຕ່າງໆ ແລະ ນັກຂ່າວຢ້ຽມຢາມ,ອວຍພອນບຸນເຕັດບັນດາພະນັກງານ, ນັກຮົບທະຫານເຮືອເຂດ 5 - ảnh 1(ຄະນະຜູ້ແທນທ້ອງຖິ່ນຕ່າງໆ ແລະ ນັກຂ່າວຢ້ຽມຢາມ,ອວຍພອນບຸນເຕັດບັນດາພະນັກງານ, ນັກຮົບທະຫານເຮືອເຂດ 5)

ຕອນເຊົ້າວັນທີ 29 ທັນວາ, ກອງບັນຊາການທະຫານເຮືອເຂດ 5 ໄດ້ຈັດການພົບປະກັບຄະນະຜູ້ແທນທ້ອງຖິ່ນທາງພາກໃຕ້ຫວຽດນາມ ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນລະດົມກຳລັງໃຈແກ່ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ບັນດາເກາະທາງທິດຕາເວັນຕົກສ່ຽງໃຕ້. ກ່າວຄຳເຫັນທີ່ການພົບປະ, ທ່ານພັນເອກ ຫງວຽນດັງຕ໊ຽນ, ຜູ້ຮັບຜິດຊອບການເມືອງທະຫານເຮືອເຂດ 5, ຊີ້ແຈ້ງວ່າ.

          “ໃນຫຼາຍປີຜ່ານມາ, ພ້ອມກັບຄວາມເອົາໃຈໃສ່ຂອງພັກ, ລັດ, ພະນັກງານນັກຮົບທະຫານເຮືອເຂດ 5 ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຕັມໄປດ້ວຍນ້ຳໃຈຄວາມຮັກແພງ, ການຊ່ວຍເຫຼືອ ແລະ ການອຸ້ມຊູຊ່ວຍເຫຼືອຂອງຄະນະພັກ, ອຳນາດການປົກຄອງ, ບັນດາອົງການໝູ່ຈັດຕັ້ງມະຫາຊົນ ແລະ ກຳລັງປະກອບອາວຸດບັນດາແຂວງ, ນະຄອນໃນທົ່ວປະເທດ.”

          ຕອນຄ່ຳວັນດຽວກັນ, ຄະນະຜູ້ແທນໄດ້ເດີນເຮືອໄປຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບທີ່ຕັ້ງທັບຢູ່ເທດສະບານ ໂຖເຈົາ, ເມືອງ ຟຸ໊ກວ໊ກ.

ຕອບກັບ

ຂ່າວ/ບົດ​ອື່ນ