ຄະ​ນະ​ຜູ້​ແທນທະ​ຫານຂັ້ນ​ສູງ ສ​ສ.ຫວຽດ​ນາມຢ້ຽມ​ຢາມສະ​ຫະ​ພາບ​ເອີ​ລົບແລະລົງ​ນາມ​ສັນ​ຍາ FPA

(VOVWORLD) -ການຢ້ຽມຢາມສະຫະພາບເອີລົບແລະການລົງນາມສັນຍາFPAຂອງຄະນະຜູ້ແທນທະຫານຂັ້ນສູງຫວຽດນາມແມ່ນແນໃສ່ການຊຸກຍູ້ການພົວພັນຮ່ວມມືໃນຂົງເຂດດ້ານປ້ອງກັນຊາດກັບສະຫະພາບເອີລົບ,

ແຕ່ວັນທີ 14-19 ຕຸລາ, ຄະນະຜູ້ແທນທະຫານຂັ້ນສູງຫວຽດນາມນຳໂດຍທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມສະຫະພາບແລະຮ່ວມລົງນາມສັນຍາລະຫວ່າງລັດຖະບານ ແຫ່ງ ສສ.ຫວຽດນາມແລະສະຫະພາບເອີລົບກ່ຽວກັບການສ້າງຂົງເຂດເຂົ້າຮ່ວມຂອງຫວຽດນາມ ໃນການເຄື່ອນໄຫວຄຸ້ມຄອງດ້ານວິກິດການຂອງສະຫະພາບ (FPA). ການຢ້ຽມຢາມສະຫະພາບແລະການລົງນາມສັນຍາ FPA ຂອງຄະນະຜູ້ແທນທະຫານຂັ້ນສູງຫວຽດນາມແມ່ນແນໃສ່ການຊຸກຍູ້ການພົວພັນຮ່ວມມືໃນຂົງເຂດດ້ານປ້ອງກັນຊາດກັບສະຫະພາບເອີລົບ, ໃຫ້ແທດເໝາະບົນຈິດໃຈຮ່າງສັນຍາແມ່ກ່ຽວກັບຄູ່ຮ່ວມມືແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມແລະສະຫະພາບເອີລົບ; ສະແດງເຖິງຈິດໃຈການເປັນເຈົ້າການ, ມີຄວາມຮັບຜິດຊອບໃນການຊຸກຍູ້ຄວາມມານະພະຍາຍາມແນໃສ່ນຳມາເຊິ່ງຄວາມສັນຕິພາບໃຫ້ແກ່ພາກພື້ນແລະທົວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ