ຄະນະຜູ້ແທນນະຄອນໂຮ່ຈິມິນ ຢ້ຽມຢາມເກາະ ເຈືອງຊາ ໃຫຍ່

ຄະນະຜູ້ແທນນະຄອນໂຮ່ຈິມິນ ຢ້ຽມຢາມເກາະ ເຈືອງຊາ ໃຫຍ່ - ảnh 1
ເກາະ ​ເຈືອງ​ຊາ ​ໃຫຍ່ຂອງ ຫວຽດນາມ
(ພາບປະກອບ)
(vovworld) – ຕອນ​ເຊົ້າ​ວັນ​ທີ 18/04, ຄະນະພະນັກງານ​ຄະນະກຳມະການ​ແນວໂຮມ​ປະ​ເທດ​ຊາດ​ ​ແລະ ຜູ້ຕາງໜ້າ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ​ນະຄອນ​ໂຮ່ຈິ​ມິນ, ​ເລີ່​ມຕົ້ນ​​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ປະຊາຊົນ ​ແລະ ນັກຮົບ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ. ຂອງຂວັນ​ຂອງ​ຄະນະ​ຜູ້​ແທນ​​ແມ່ນ​​ຫັກຈາກກອງ​ທຶນ “​ເພື່ອ​ເຈື່ອງ​ຊາ​ທີ່​ຮັກ​ແພງ ​ເພື່ອປ້ອມ​ໜ້າ​ຂອງປະ​ເທດ​ຊາດ” ​ເຊິ່ງຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ປຸກລະດົມ​​ໃນ​ຫຼາຍ​ປີຜ່ານ​ມາ, ​ລວມມູນ​ຄ່າ​ເກືອບ 11 ຕື້​ດົງ. ​ໃນ​ນັ້ນ​ມີ​ກໍ່າ​ປັ່ນ CQ 2 ລຳ, ​ໂທລະພາບ​ຫຼາຍ​ໜ່ວຍ, ​ເຄື່ອງ​ສຽງ, ກອມພິວ​ເຕີ ​ແລະ ​ເຄື່ອງ​ຂອງ​ອື່ນໆທີ່ຮັບ​ໃຊ້​​ໃຫ້​ແກ່ວຽກ​ງານ ​ແລະ ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ ​ແລະ ພະນັກງານ​ນັກຮົບ​ໃນ​ເກາະ. ນອກຈາກ​ນັ້ນ, ຄະນະ​ຜູ້​ແທນ​ຍັງ​ມອບ​ຂອງຂວັນ​ທີ່​ມີ​ມູນ​ຄ່າ 6 ລ້ານ​ດົງ ​ໃຫ້​ແຕ່​ລະ​ຄອບຄົວ​ໃນ​ເກາະ​ເຈື່ອງ​ຊາ​ໃຫຍ່ ​ແລະ ມອບ​ຂອງຂວັນ 1.000 ພູດ ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 250.000 ດົງ​ໃຫ້​​ແກ່​ບັນດາ​​ບຸກຄົນ​ທີ່​ດີ່​ເດັ່ນ​ຢູ່​ເກາະ​ອື່ນໆ​ອີກ. ທ່ານ ​ເຈີ​ນຕ໋ວນຮຸ່ງ, ຮອງ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ນັບ​ແຕ່​ປີ 2009, ຄະນະ​ກຳມະການ​ແນ​ວໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຂົນຂວາຍກອງ​ທຶນ ເພື່ອ​ເຈື່ອງ​ຊາ​ທີ່​ຮັກ​ແພງ ເພື່ອປ້ອມໜ້າຂອງປະ​ເທດ​ຊາດ. ​ກອງທຶນ​ນີ້​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນຢ່າງ​ຕັ້ງ​ໜ້າ. ປີ 2012 ກອງ​ທຶນ​ນີ້​ໄດ້​ຮັບ​​ເງິນ​ບໍລິຈາກ​ຂອງປະຊາຊົນ​ກວ່າ 16 ຕື້​ດົງ​. ​ຄາດ​ວ່າໃນ​ປີ 2013 ນະຄອນຈະ​ຂົນຂວາຍ​ໄດ້ 30 ຕື້​ດົງ​ເພື່ອ​ສ້າງ​ບັນ​ດາ​ກິດຈະກຳ​ທີ່​ແທດ​ຈິງ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ”.

ຂ່າວ/ບົດ​ອື່ນ