ຄະນະຜູ້ແທນພັກ, ລັດລາວ ແລະ ລາຊະອານາຈັກ ກຳປູເຈຍມາໄຫ້ວອາໄລ ທ່ານພົນເອກຫວໍ້ງວຽນຢາບ

ຄະນະຜູ້ແທນພັກ, ລັດລາວ ແລະ ລາຊະອານາຈັກ ກຳປູເຈຍມາໄຫ້ວອາໄລ ທ່ານພົນເອກຫວໍ້ງວຽນຢາບ - ảnh 1

ທ່ານ​ນາຍົກລັດຖະມົນຕີທອງສິງທຳ​ມະ​ວົງ​ໄຫ້​ວອາ​ໄລ

ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ​ຢູ່​ສະຖານທູດ​ຫວຽດນາມ​ປະຈຳ​ລາວ

(ພາບ: vov)

 (vovworld)-​​​​ ​ ວັນ​ທີ 12/10, ຄະນະ​ຜູ້​ແທນ​ຂັ້ນສູງ​ພັດ, ລັດ​ລາວ ​ໂດຍ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປຊຊ ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ນຳ​ໜ້າ​ມາ​ຫວຽດນາມ​ເຂົ້າຮ່ວມ​ພິທີງານ​ສົບ ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ. ​ເຂົ້າຮ່ວມ​ຄະນະ​ມີ​ທ່ານ​ດວງ​ໃຈ ພິຈິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ທ່ານ​ພັນ​ຄຳ​ ວິພາ​ວັນ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີກະຊວງ​ກະຊວງ​ສຶກສາ ​ແລະ ກິລາ, ປະທານ​ສະມາຄົ​ມມິດຕະພາບ​ລາວ-​ຫວຽດນາມ ​ແລະ ພະນັກງານຂັ້ນສູງ​ອື່ນໆ​ຈຳນວນ​ໜຶ່ງ​ຂອງ​ພັກ ​ແລະ ລັດ​ລາວ.

  ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນລາຊະ​ອານາຈັກກຳປູ​ເຈຍ ​ໂດຍ​ທ່ານ Xam dec Heng Xom rin ປະ​ທາ​ກິ​ຕິ​ມະ​ສັກ​ພັກ ປຊຊ ກຳປູ​ເຈຍ (CPP), ປະທານ​ສະພາ​ແຫ່ງ​ຊາດ ລາຊະ​ອານາຈັກກຳປູ​ເຈຍ ນຳ​ໜ້າມາ​ຫວຽດນາມ​ເຂົ້າຮ່ວມ​ພິທີງານສົບ ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ. ​ເຂົ້າຮ່ວມ​ຄະນະ​ຍັງ​ມີ​ທ່ານ Chieng Vun ກຳມະການ​ສູນ​ກາງ​ພັກ ປຊຊ ກຳປູເຈຍ, ປະທານ​ກຳມາ​ທະ​ການພົວພັນ​​ຕ່າງປະ​ເທດ, ຮ່ວມ​ມື​ສາກົນ, ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ສະພາ​ແຫ່ງ​ຊາດ; ທ່ານ Yos Son, ກຳມະການ​ສູນ​ກາງ​ພັກ, ຫົວໜ​​້າຄະນະ​ພົວພັນ​ກັບ​ຕ່າງປະ​ເທດສູນ​ກາງ​ພັກ ປຊຊ ກຳປູເຈຍ ​ແລະ ພະນັກງານຂັ້ນສູງ​ອື່ນໆ​ຈຳນວນ​ໜຶ່ງ​ຂອງລາຊະ​ອານາຈັກກຳປູ​ເຈຍ.

ຂ່າວ/ບົດ​ອື່ນ