ຄະນະຜູ້ແທນພັກກອມ ມູນິດຈີນຢ້ຽມຢາມ ຫວຽດນາມ


ຄະນະຜູ້ແທນພັກກອມ ມູນິດຈີນຢ້ຽມຢາມ ຫວຽດນາມ - ảnh 1

ທ່ານເຈືອງ​ເຕີນ​ຊາງໃຫ້ການ​ຕ້ອນຮັບ​ທ່ານຮູຈຸນຮົວ

(ພາບ: TTXVN)

 (vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ​ ​ໂດຍ​ທ່ານ ຮູຈຸນຮົວ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ແຂວງ​ກວາງຕຸ​ງ ນຳ​ໜ້າ​ໄດ້​ມາຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 13-17/4. ​ໃນຕອນ​ບ່າຍ​ຂອງ​ວັນ​ທີ 14/4, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ ຮູຈຸນຮົວ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ບົດບາດນຳ​ໜ້າ​ຂອງແຂວງ​ກວາງຕຸ​ງ ​ໃນ​ວິວັດທະນາ​ການ​ເປີດ​ປະຕູ​ຂອງ​ຈີນ ​ແລະ ບັນດາ​ໝາກຜົ​ນທີ່​ດີງາມ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ລະຫວ່າງແຂວງ​ກວາງຕຸ​ງ ​ແລະ ຫວຽດນາມ.

   ​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ຕອ້ນຮັບທ່ານ ຮູຈຸນຮົວ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ປາດ​ຖະໜາ​ວ່າ, ​ແຂ​ວງກວາງຕຸ​ງ ຊື່​ງ​ແມ່ນ​ສູນ​ເສດຖະກິດ​ແຫ່ງ​ໃຫ່ຍຂອງ​ຈີນ  ​ແລະ ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ສາຍ​ພົວພັນ​ມິດຕະພາບ​ແຕ່​ດົ​ນນານ, ມີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ກັບ​ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

  ກ່ອນ​ໜ້ານນັ້ນ, ທ່ານ​ຟ້າ​ມກວາງ​ງີ້ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ເປັນ​ປະທານການ​ພົບ​ປະສົນທະນາ​, ​ແລກປ່ຽນ​ຄຳ​ເຫັນລະ ຫວ່າງຄະນະ​ຜູ້​ແທນ​ພັກ​ກອມ​ມູນິດຫວຽດນາມ ກັບຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ ​ໂດຍທ່ານ ຮູຈຸນຮົວ ​​ເປັນ​ຫົວໜ້າ​ຄະນະ.

  ທ່ານ​ຮູ​ຈຸນ​ຮົວ ຍັງ​ມີ​ການ​ພົບ​ປະ​ກັບ​ທ່ານ​ຟ້າ​ມບິງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ ກວາງຕຸ​ງ ກັບ​ຫວຽດນາມ ຊື່​ງຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ./.

ຂ່າວ/ບົດ​ອື່ນ