ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ບຣາຊິນ

(VOVWORLD) - ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງນຳໜ້າ, ໄດ້ຢ້ຽມຢາມ, ເຮັດວຽກຢູ່ ບຣາຊິນ ແຕ່ວັນທີ 15 -16 ກັນຍາ 2017. 
 
ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ບຣາຊິນ - ảnh 1ທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ

ໃນໄລຍະຢູ່ ບຣາຊິນ, ຄະນະໄດ້ເຈລະຈາກັບຄະນະຜູ້ແທນຂັ້ນສູງພັກກອມມູນິດ ບຣາຊິນ (PCdoB), ມີການພົບປະ, ເຮັດວຽກກັບທ່ານ Marcos Garvao, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ; ຕ້ອນຮັບ ແລະ ເຮັດວຽກກັບທ່ານ Joao Batista Lemos, ເລຂາຄະນະພັກລັດ Rio de Janeiro ຂອງພັກກອມມູນິດ ບຣາຊິນ ແລະ ທ່ານ Paulo Paim, ກຳມະການສູນກາງພັກແຮງງານ ບຣາຊິນ, ກຳມະການຄະນະປະທານສະພາສູງ ບຣາຊິນ… ທີ່ການເຮັດວຽກຄັ້ງຕ່າງໆ, ການນຳກະຊວງການຕ່າງປະເທດ, ສະພາສູງ ບຣາຊິນ ແລະ ບັນດາພັກກອມມູນິດ ບຣາຊິນ ແລະ ພັກແຮງງານ ໄດ້ຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ, ສະແດງຄວາມເຊື່ອໝັ້ນຕໍ່ການຢ້ຽມຢາມແມ່ນກຳລັງໜູນຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກອື່ນໆ, ລະຫວ່າງສະພາແຫ່ງຊາດ 2 ປະເທດ, ກໍ່ຄືລະຫວ່າງ ຫວຽດນາມ ແລະ ບຣາຊິນ ໃນສະພາບການ 2 ປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນເຊັນຂໍ້ຕົກລົງຮ່ວມມືຮອບດ້ານ (2007 -2017). ການນຳພັກກອມມູນິດ ແລະ ພັກແຮງງານ ບຣາຊິນ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບພັກກອມມູນິດ ຫວຽດນາມ ໃນໄລຍະຈະມາເຖິງ ໃນບັນດາຂົງເຂດຄື: ແລກປ່ຽນຄະນະ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ຝຶກອົບຮົມ, ບຳລຸງສ້າງພະນັກງານ.

ຕອບກັບ

ຂ່າວ/ບົດ​ອື່ນ