ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມການພົບປະສາກົນກັບບັນດາພັກກອມມູນິດ ແລະ ກຳມະກອນຄັ້ງທີ 23

(VOVWORLD) - ໃນບັນດາບົດຄຳເຫັນ, ຄະນະໄດ້ແຈ້ງໃຫ້ຊາບບັນດາຜົນງານຂອງ ຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ...

ວັນທີ 22 ຕຸລາ, ການພົບປະສາກົນລະຫວ່າງບັນດາພັກກອມມູນິດ ແລະ ກຳມະກອນ (IMWCP) ຄັ້ງທີ 23 ໄດ້ສິ້ນສຸດລົງ, ຢູ່ນະຄອນ Izmir, ປະເທດ ຕວກກີ. ເຫດການໄດ້ຈັດຂຶ້ນແຕ່ວັນທີ 20 – 22 ຕຸລາ, ຊຶ່ງມີການເຂົ້າຮ່ວມຂອງຜູ້ແທນ 120 ທ່ານທີ່ຕາງໜ້າໃຫ້ 68 ພັກກອມມູນິດ, ກຳມະກອນມາຈາກ 54 ປະເທດໃນໂລກ.

        ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການພົບປະ. ໃນບັນດາບົດຄຳເຫັນ, ຄະນະໄດ້ແຈ້ງໃຫ້ຊາບບັນດາຜົນງານຂອງ ຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ, ຢັ້ງຢືນ ຫວຽດນາມ ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ໃນການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນຢ່າງສະເໝີຕົ້ນສະເໝີປາຍ; ໃນນັ້ນມີແຜນນະໂຍບາຍເປີດກ້ວາງ ແລະ ປັບປຸງການພົວພັນກັບບັນດາພັກກອມມູນິດ, ກຳມະກອນ, ບັນດາພັກການເມືອງອື່ນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ