ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງອາຊີ -ເອີລົບ ຄັ້ງທີ 4

(VOVWORLD) - ຢູ່ນອກກອງປະຊຸມ, ທ່ານ ໂງເລວັນ ໄດ້ເຮັດວຽກກັບຜູ້ແທນຂອງຫຼາຍອົງການປະເທດຕ່າງໆຄື: ທ່ານ Jan Zahradil, ປະທານ AEPF, ຮອງປະທານຄະນະກຳມະການການຄ້າສາກົນ, ສະມາຊິກລັດຖະສະພາເອີລົບ...
ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງອາຊີ -ເອີລົບ ຄັ້ງທີ 4 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ໃນລະຫວ່າງວັນທີ 10 – 12 ມິຖຸນາ 2022, ຢູ່ນະຄອນຫຼວງ ປຣາຮາ, ປະເທດ ເຊັກໂກ ໄດ້ຈັດ ເວທີປາໄສການເມືອງ ອາຊີ - ເອີລົບ ຄັ້ງທີ 4 ແລະ ກອງປະຊຸມຄັ້ງທີ 37 ຂອງຄະນະກຳມະການປະຈຳ ກອງປະຊຸມສາກົນບັນດາພັກຝ່າຍການເມືອງອາຊີ (ICAPP). ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກເປັນຫົວໜ້າຄະນະ ໄດ້້ເຂົ້າຮ່ວມບັນດາເຫດການ ແລະ ມີການເຄື່ອນໄຫວນອກກອງປະຊຸມ.

ຢູ່ນອກກອງປະຊຸມ, ທ່ານ ໂງເລວັນ ໄດ້ເຮັດວຽກກັບຜູ້ແທນຂອງຫຼາຍອົງການປະເທດຕ່າງໆຄື: ທ່ານ Jan Zahradil, ປະທານ AEPF, ຮອງປະທານຄະນະກຳມະການການຄ້າສາກົນ, ສະມາຊິກລັດຖະສະພາເອີລົບ, ບັນດາການນຳ ICAPP, ຜູ້ຕາງໜ້າບັນດາພັກການເມືອງກຳອຳນາດ... ໃນນັ້ນໄດ້ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກຝ່າຍການເມືອງໃນໂລກ. ທ່ານ ໂງເລວັນ ຢັ້ງຢືນວ່າ ດ້ວຍຖານະຕຳແໜ່ງເປັນກຳມະການຄະນະກຳມະການປະຈຳ ICAPP, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຕ່າງໆ ແລະ ບັນດາການກຳນົດທິດບຸລິມະສິດຂອງ ICAPP.

ທີ່ການພົບປະລະຫວ່າງທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກັບທ່ານ Jiří Kozák, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັກໂກ, ສອງຝ່າຍໄດ້ແລກປ່ຽນບັນດາທິດທາງ, ມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ...

ຕອບກັບ

ຂ່າວ/ບົດ​ອື່ນ