ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສະວິດ

(VOVWORLD) - ທ່ານ ຟານດິ່ງຈາກ ສະເໜີໃຫ້ 2 ຝ່າຍດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ກຸ່ມແລກປ່ຽນການຄ້າເສລີ ເອີລົບ (EVFTA) ໃຫ້ສຳເລັດໂດຍໄວ
ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສະວິດ - ảnh 1 ທ່ານ ຟານດິ່ງຈາກ ແລະ ທ່ານນາງປະທານຮ່ວມພັກແຮງງານ ສະວິດ Amanda Loset
(ພາບ: TTXVN)

ໃນລະຫວ່າງວັນທີ 26 ມິຖຸນາ - 02 ກໍລະກົດ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ຮອງຫົວໜ້າຄະນະປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທ້ໍ, ຮອງຫົວໜ້າຄະນະປະຈຳການຄະນະປະຕິຮູບຕຸລາການສູນກາງ ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສະວິດ.

ທີ່ບັນດາການພົບປະເຈລະຈາ, ເຮັດວຽກກັບຜູ້ຕາງໜ້າການນຳບັນດາອົງການ ແລະ ອຳນາດການປົກຄອງ ສະວິດ, ທ່ານ ຟານດິ່ງຈາກ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການ ແລະ ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ, ບັນດາເປົ້າໝາຍ ແລະ ຍຸດທະສາດພັດທະນາປະເທດຊາດ; ຊອກຮູ້ບົດຮຽນຂອງ ສະວິດ ໃນວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ. ກ່ຽວກັບການຮ່ວມມື 2 ຝ່າຍ, ທ່ານ ຟານດິ່ງຈາກ ສະເໜີໃຫ້ 2 ຝ່າຍດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ກຸ່ມແລກປ່ຽນການຄ້າເສລີ ເອີລົບ (EVFTA) ໃຫ້ສຳເລັດໂດຍໄວ; ຜັນຂະຫຍາຍໂຄງການຮ່ວມມືພັດທະນາ ຫວຽດນາມ - ສະວິດ ໄລຍະ 2021 – 2024 ແລະ ບັນດາສັນຍາເຊິ່ງ 2 ຝ່າຍໄດ້ລົງນາມໃຫ້ບັນລຸປະສິດທິຜົນ.

ການນຳສະພາແຫ່ງຊາດ, ອຳນາດການປົກຄອງ ແລະ ບັນດາອົງການຂອງ ສະວິດ ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ, ພ້ອມທັງຢືນຢັນວ່າ ສະວິດ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາວ່າ 2 ປະເທດຈະເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ບັນດາບັນຫາສາກົນ, ເພື່ອຜົນປະໂຫຍດລວມຂອງທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ