ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປຢ້ຽມ​ຢ​າມ ແລະ ເຮັດ​ວຽກ​ຢູ່ປອກ​ຕຸຍ​ການ

(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມເອີລົບ, ໃນລະຫວ່າງວັນທີ 19 – 20 ກັນຍາ 2019, ຄະນະຜູ້ແທນພັກກອມມູນິດ ຫວຽດນາມໂດຍທ່ານ ຫງວຽນວັນບິ່ງ ເລຂາສູນການພັກ, ຫົວໜ້າຄະນະເສດຖະກິດສູນກາງນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປອກຕຸຍການ.
ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປຢ້ຽມ​ຢ​າມ ແລະ ເຮັດ​ວຽກ​ຢູ່ປອກ​ຕຸຍ​ການ - ảnh 1ທ່ານຫງວຽນວັນບິ່ງທີ່ການພົບປະກັບ ຜູ້ອຳນວຍການຮັບຜິດຊອບອົງການສົ່ງເສີມການລົງທຶນ ແລະ ໜູຍຊ່ວຍວິສາຫະກິດ ປອກຕຸຍການ ແລະ ບາງວິສາຫະກິດປອກຕຸຍການ (ພາບ: TTXVN)

ຄະນະຜູ້ແທນມີບັນດາການເຮັດວຽກກັບທ່ານ Jorge Lacao ຮອງປະທານສະພາແຫ່ງຊາດປອກຕຸຍການ, ເຈລະຈາກັບທ່ານ Jose Capucho ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດປອກຕຸຍການ, ພົບປະ ແລະ ແລກປ່ຽນກັບທ່ານ Eurico Brihante ລັດຖະມົນຕີກະຊວງການຕ່າງປະເທດປອກຕຸຍການ, ຜູ້ອຳນວຍການຮັບຜິດຊອບອົງການສົ່ງເສີມການລົງທຶນ ແລະ ໜູຍຊ່ວຍວິສາຫະກິດ ປອກຕຸຍການ ແລະ ບາງວິສາຫະກິດປອກຕຸຍການ ທີ່ມີຄວາມສົນໃຈເຖິງການມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ.

ທີ່ບັນດາການພົບປະກັບທ່ານ ຮອງປະທານສະພາແຫ່ງຊາດປອກຕຸຍການ ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດປອກຕຸຍການ, ທ່ານ ຫງວຽນວັນບິ່ງ ໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ບັນດາຄວາມກ້າວໜ້າໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ, ພິເສດແມ່ນວົງເງິນການຄ້າສອງສົ້ນບັນລຸໄດ້ 500 ລ້ານ USD ໃນປີ 2018. ພ້ອມທັງແຈ້ງໃຫ້ຝ່າຍປອກຕຸຍການຊາບ ບັນດາການຜັນແປຢ່າງສັບສົນໃນເວລາມໍ່ໆມານີ້ຢູ່ທະເລຕາເວັນອອກ, ພ້ອມທັງສະເໜີໃຫ້ ປອກຕຸຍການ, ໂດຍເປັນປະເທດທີ່ຮັກຫອມ ສັນຕິພາບ ແລະ ຄວາມເປັນທຳ, ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມໃນບັນຫານີ້.

        ສ່ວນພັກກອມມູນິດ ປອກຕຸຍການ ໄດ້ສະແດງທັດສະນະສະເໝີຕົ້ນສະເໝີປາຍສະໜັບສະໜູນ ຫຼັກໝັ້ນແກ້ໄຂການຂັດແຍ່ງຂອງ ຫວຽດນາມ ຜ່ານການເຈລະຈາ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ