ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ພັກ Frelimo ຢູ່ Mozambiq

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ພັກ Frelimo ຢູ່ Mozambiq - ảnh 1
ການເຄື່ອນໄຫວຂອງຄະນະຜູ້ແທນຫວຽດນາມ ຢູ່ Mozambiq
(ພາບ: quehuongonline.vn)

(vovworld) -     ​​ໃນ​ລະຫວ່າງ​ວັນ​ທີ 23 – 28/9, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Tran Dac Loi, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ນຳ​ໜ້າ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​​ແນວ​ໂຮມ​ປົດ​ປ່ອຍ Mozambiq (Frelimo) ກຳ​ອຳນາດ​ຢູ່​ ສ. Mozambiq. ກ່າວ​ຄຳ​ເຫັນ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່, ທ່ານ Tran Dac Loi ​ຊີ້​ແຈ້ງ​ເຖິງ​ການ​ພົວພັນ​ອັນ​ເລີກ​ເຊິ່ງລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ Frelimo ​ໃນ​ປະວັດ​​ແຫ່ງ​ການຕໍ່ສູ້​ປົດ​ປ່ອຍ​ຊາດ​ຢູ່​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ສະໜັບສະໜູນແນວ​ໂຮມ​ປົດ​ປ່ອຍ Mozambiq ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນ​ນີ້ 50 ປີ, ​ເຊິ່ງ​ສະ​ແດງອອກ​ຜ່ານ​ເລື່ອງ​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ສົມບູນ​ໃນ​ເດືອນ 6/1975. ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ທ່ານ Tran Dac Loi ​​ຢືນຢັນ​ວ່າ, ສາຍ​ພົວພັນ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໝັ້ນ​ຄົງ​. ຫວຽດນາມ ​ແລະ Mozambiq ​ໄດ້​ມີ​ຄຸນຄ່າ ​ແລະ ​ຜົນ​ປະ​ໂຫຍດລວມຫຼາຍ​ຢ່າງ​ເຊິ່ງສາມາດຈະ​ແບ່ງປັນ ​ແລະ ຂຸດຄົ້ນ, ​ເພື່ອ​ຄວາມ​ຜາ​ສຸກ​ສອງ​ປະຊາຊົນ​ສອງ​ປະ​ເທດ.

ຢູ່​ນອກ​ກອງ​ປະຊຸມ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ ​ແລະ ສະມາຊິກ​ພັກ ພັກ Frelimo ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່, ​ໄປ​ຢ້ຽມຢາມ​ສຳນັກງານ​ສະ​ຂາ Movitel, ວິວາຫະກິດ​ຮ່ວມທຸລະ​ກິດ​ຂອງ​ບໍລິ​ສັດ​ໃຫຍ່​ໂທລະ​ຄົມ​ທະ​ຫານ Viettel ປະຈຳ Mozambiq, ​ເຂົ້າຮ່ວມ​ພິທີ່​ເປີດ​ສະຫຼອງ​ອານຸສາ​ວະລີ Samora Macchel, ​ເຊິ່ງ​​ແມ່ນ​ປະທານ​ຜູ້ທຳ​ອິດ​ຂອງ Mozambiq.

ຂ່າວ/ບົດ​ອື່ນ