ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມ ສປປເກົາຫຼີ


    ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມ ສປປເກົາຫຼີ - ảnh 1
​ທ່ານ​ນາງ ຮ່າ​ທິ​ຄຽດ ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ​ພົບ​ປະ​ກັບ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ແຫ່ງ ສປ​ປເກົາຫຼີ ກິມ​ເຢັງ​ນາມ

(vovworld)- ແຕ່​ວັນ​ທີ 8 ຫາ​ວັນ​ທີ 12/10, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໂດຍ​ທ່ານ​ນາງ ຮ່າ​ທິ​ຄຽດ ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ໄປ​ຢ້ຽມ​ຢາມ ສປ​ປ​ເກົາຫຼີ ແລະ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ແຮ​ງ​ງານ​ ສປ​ປເກົາຫຼີ. ໃນ​ວັນ​ທີ 11/10, ​ທ່ານ​ນາງ ຮ່າ​ທິ​ຄຽດ ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ພົບ​ປະ​ກັບ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ແຫ່ງ ສປ​ປເກົາຫຼີ ກິມ​ເຢັງ​ນາມ, ກ່ອນ​ໜ້ານັ້ນ, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ເຈ​ລະ​ຈາ​ກັບ ຄະ​ນະ​ຜູ້​ແທນ​ພັກ​ແຮງ​ງານ ສປ​ປເກົາຫຼີໂດຍ​ທ່ານ ຈູ​ເຢີ​ບອກ ເລ​ຂາ​ສູນ​ກາງ​ພັກແຮງ​ງານ ສປ​ປເກົາຫຼີ, ປະ​ທານ ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ແຫ່ງ ສປ​ປເກົາຫຼີ​ເປັນ​ຫົວ​ໜ໊າ​ຄະ​ນະ.

ຂ່າວ/ບົດ​ອື່ນ