ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ Panama

(VOVWORLD) -ໃນລະຫວ່າງວັນທີ 30 ມິຖຸນາ - 03 ກໍລະກົດ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຟານດິ່ງຈາກ, ເລຂາສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ Panama.

ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ Panama - ảnh 1 ທ່ານ ຟານດິ່ງຈາກ ແລະ ທ່ານປະທານາທິບໍດີ Panama, Juan Carlos Varela

(ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມ, ທ່ານ ຟານດິ່ງຈາກ ໄດ້ມີການພົບປະກັບປະທານາທິບໍດີ ແລະ ຮອງປະທານາທິບໍດີ ທັງເປັນລັດຖະມົນຕີການຕ່າງປະເທດ Panama; ເຈລະຈາກັບປະທານພັກຊາວ Panama (PAN) ກຳອຳນາດ; ເລຂາທິການໃຫຍ່ພັກປະຊາທິປະໄຕ (PRD); ເຮັດວຽກກັບການນຳບາງອົງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງ Panama.

      ທີ່ບັນດາການພົບປະເຈລະຈາ ແລະ ເຮັດວຽກນັ້ນ, ທ່ານ ຟານດິ່ງຈາກ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະ ພັດທະນາ. ທ່ານ ຟານດິ່ງຈາກ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືມິດຕະພາບ, ການຮ່ວມມືຫຼາຍດ້ານກັບ Panama. 2 ປະເທດໄດ້ ແລະ ພວມມີການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ.

      ສ່ວນທ່ານປະທານາທິບໍດີ Panama, Juan Carlos Varela ແລະ ການນຳບັນດາພັກ PAN ແລະ ພັກ PRD ໄດ້ສະເໜີບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການພົວພັນ 2 ຝ່າຍກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ກໍຄືການພົວພັນຮ່ວມມືກັບພັກກອມມູນິດຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ