ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ເມັກຊີໂກ

(VOVWORLD) -ທ່ານ ຫງວຽນວ໊ຽດຖາວ ຊີ້ແຈ້ງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງການປະຕິວັດຝ່າຍຊາຍ ໃນ 2 ທົດສະວັດ ຕົ້ນສະຕະວັດທີ 21

ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ເມັກຊີໂກ - ảnh 1 ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ເມັກຊີໂກ

(ພາບ: TTXVN)

ຄະນະຜູ້ແທນພັກກອມມູນິດຫວຽດນາມ, ໂດຍທ່ານ ຫງວຽນວ໊ຽດຖາວ, ຮອງຜູ້ອຳນວຍການສະຖານບັນການເມືອງແຫ່ງຊາດໂຮ່ຈິມິນ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສາກົນປະຈຳປີ “ບັນດາພັກການເມືອງ ແລະ ສັງຄົມໃໝ່” ຄັ້ງທີ 23 ໂດຍພັກແຮງງານເມັກຊີໂກ ຈັດຕັ້ງຂຶ້ນໃນລະຫວ່າງວັນທີ 04 – 06 ເມສາ, ຢູ່ນະຄອນຫຼວງເມັກຊີໂກ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນວ໊ຽດຖາວ ຊີ້ແຈ້ງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງການປະຕິວັດຝ່າຍຊ້າຍ ໃນ 2 ທົດສະວັດ ຕົ້ນສະຕະວັດທີ 21, ລວມທັງການຢືນຢັນຄືນໃໝ່ຄຸນຄ່າຖືກຕ້ອງຂອງລັດທິມາກ - ເລນິນ ໃນໄລຍະປະຈຸບັນ; ວາງອອກວິທີການດຳເນີນການປະຕິວັດໃນເງື່ອນໄຂຫັນເປັນໂລກາພິວັດ, ດ້ວຍຈຸດພິເສດ ແລະ ເງື່ອນໄຂຂອງແຕ່ລະປະເທດ.

        ເນື່ອງໃນໂອກາດນີ້, ພັກແຮງງານເມັກຊີໂກ ແລະ ຄະນະຜູ້ແທນພັກກອມມູນິດຫວຽດນາມ ພ້ອມກັນຈັດພິທີສະເໜີຕໍ່ຜູ້ອ່ານ “ປື້ມປະມວນບັນດາບົດຂຽນຂອງປະທານໂຮ່ຈິມິນ ກ່ຽວກັບສັນຕິພາບ, ປະຊາທິປະໄຕ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ” ເຖິງຜູ້ແທນ ແລະ ມວນຊົນເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ