ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ20ຂອງພັກກອມມູນິດປອັກຕຸຍການ

ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ20ຂອງພັກກອມມູນິດປອັກຕຸຍການ - ảnh 1
ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ປ​ອັກ​ຕຸຍ​ການ
(ພາບ: vietnamplus.vn)

(vovworld) - ຄະ​ນະ​ຜູ້​ແທນ​ພັກກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ ຮ່​ວາງ​ບິ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ​ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ປ​ອັກ​ຕຸຍ​ການ, ເຊິ່ງ​ຖືກ​ດຳ​ເນີນ​ຢູ່​ນະ​ຄອນ Almada, ປະ​ເທດ​ປອກ​ຕຸຍ​ການ ໃນ​ລະ​ຫວ່າງວັນ​ທີ 02 – 04/12.

        ໃນ​ຂອບ​ເຂດກອງ​ປະ​ຊຸມ​ໃຫຍ່, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ປອັກ​ຕຸຍ​ການ ໂດຍ​ທ່ານ Jeronimo de Sousa ນຳ​ໜ້າ. 2 ຝ່າຍໄດ້​ແລກ​ປ່ຽນ​ສະ​ພາບ​ການ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ, ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ, ບາງ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. 2 ຝ່າຍກໍ່​ແລກ​ປ່ຽນ​ບາງ​ມາດ​ຕະ​ການ, ທິດ​ທາງ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ​ກວ່າ​ອີກ, ປະ​ກອບ​ສ່ວນ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ ແລະ ປະ​ຊາ​ຊົນ 2 ປ​ະ​ເທດ.

        ກ່​ອນ​ໜ້ານັ້ນ, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽ​ດນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຫົວ​ໜ້າ​ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ແ​ອັດ​ສະ​ປາຍ, ລັດ​ຖະ​ມົນ​ຕີຜູ້​ທີ່​ໜ​ຶ່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ແ​ອັດ​ສະ​ປາຍ ເພື່ອ​​ແນ​ໃສ່ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ” ຫ​ວຽດ​ນາມ - ແ​ອັດ​ສະ​ປາຍ.

ຂ່າວ/ບົດ​ອື່ນ