ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ37ພັກກອມມູນິດຝລັ່ງ

ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ37ພັກກອມມູນິດຝລັ່ງ - ảnh 1
(ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄ​ດ້​ພົບ​ປະ​ກັບ​
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຝ​ລັ່ງ Pierre Laurent)

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຝ​ລັ່ງ, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ ຟ້າມ​ມິງ​ຈິງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງນຳ​ໜ້າ, ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 37 ຂອງ​ພັກ​ກອມ​ມູ​ນິດ​ຝ​ລັ່ງ ເຊິ່ງຖືກ​ດຳ​ເນີນ​ແຕ່​ວັນ​ທີ 02 – 05/06, ຢູ່​ນະ​ຄອນ​ຫຼວງ​ປາ​ຣີ, ປ​ະ​ເທດ​ຝ​ລັ່ງ. ທີ່ກ​ອ​ງ​ປະ​ຊຸມ​ໃຫຍ່, ທ່ານ ຟ້າມ​ມິງ​ຈ​ິງ ໄດ້​ມອບ​ສານ​ຊົມ​ເຊີຍ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ທີ່​ສົ່ງ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 37 ພັກ​ກ​ອ​ມ​ມູ​ນິດ​ຝ​ລັ່ງ ແລະ ບັນ​ດາ​ຜູ້​ແທ​ນ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ໂດຍ​ຕາງ​ໜ້າ​ໃຫ້​ຄະ​ນະ​ການ​ນຳ​ພັກ​ກອມ​ມູ​ນິດ​ຝ​ລັ່ງ, ທ່ານ Pierre Laurent ໄດ້​ຂອບ​ອົກ​ຂອບ​ໃຈ​ພັກ​ກອມ​ມູນ​ິດ​ຫວຽດ​ນາມ ໄດ້​ຈັດ​ສົ່ງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່, ຖືນີ້​ແມ່ນ​ການ​ສະ​ແ​ດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ 2 ພັກ ຢ່າງ​ມີ​ຊີ​ວີດ​ຊີ​ວາ.

        ກ່ອນ​ໜ້ານັ້ນ, ວັນ​ທີ 01/06, ຢູ່​ສຳ​ນັກ​ງານ​ພັກ​ກອມ​ມູ​ນິດ​ຝ​ລັ່ງ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄ​ດ້​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຝ​ລັ່ງ Pierre Laurent ເພື່ອ​ແລກ​ປ່ຽນ​​ສະ​ພາບ​ການ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ, ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ​ ແລະ ບາງ​ບັນ​ຫາ​ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຟ້າມ​ມິງ​ຈິງ ໄດ້​ແຈ້ງ​ໃຫ້​ການ​ນຳ​ພັກ​ກອ​ມມ​ູ​ນິດ​ຝ​ລັ່ງ ຊາບ​ກ່ຽວ​ກັບໝາກ​ຜົນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ແລະ ວຽກ​ງານ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ໝາກ​ຜົນ​ການ​ເລືອກ​ຕັ້ງ​​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021, ສະ​ພາບ​ການ​ຂອງ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ການ​ຜັນ​ແປ​ຫວ່າງມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ແຜນ​ນະ​ໂຍ​ບາຍ, ທັດ​ສະ​ນະ​ຂອງ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ​້ງ​ກັນ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ ບົນ​​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທ​ະ​ເລ (UNCLOS) ​ປີ 1982,  ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ແລະ ສູ້​ຊົນ​ເພື່ອ​ບັນ​ລຸ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍ​ໄວ.

        ສ່ວນ​ທ່ານ Pierre Laurent ໄດ້​ຢ້ຳ​ຄືນ​ທັດ​ສະ​ນະ​ຂອງ​ພັກ​ກອ​ມ​ມູ​ນິດ​ຝ​ລັ່ງ ທີ່​ສະ​ໜັບ​ສະ​ໜູນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ອາ​ວຸດ ແລະ ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ໃນ​ນັ້ນ​ມີ UNCLOS 1982, ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ຫຼ​ັກ​ໝັ້ນ​, ທັດ​ສະ​ນະ​, ມາດ​ຕະ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ