ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ພັກກຳອຳນາດຢູ່ມາເລເຊຍ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງພັກອົງການເອກະພາບແຫ່ງຊາດມາເລເຊຍ (UMNO) ກຳອຳນາດຂອງມາເລເຊຍ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນວັນຮຸ່ງ, ເລຂາຄະນະພັກແຂວງ ກວາງຈິ້ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 71 ຂອງພັກ UMNO, ເຊິ່ງດຳເນີນໃນລະຫວ່າງວັນທີ 05 – 08 ທັນວາ.

ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ພັກກຳອຳນາດຢູ່ມາເລເຊຍ - ảnh 1 ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ພັກກຳອຳນາດຢູ່ມາເລເຊຍ

(ພາບ: Vietnam+)

ໃນໄລຍະເຂົ້າຮ່ວມກອງປະຊຸມໃຫຍ່ UMNO, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ Najib Razak ແລະ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ພັກ UMNO, Tengku Adnan Tengku Mansor. ການນຳພັກ UMNO ໄດ້ຕີລາຄາສູງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກ 2 ລັດ ແລະ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດກວ່າອີກ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນຫຼາຍດ້ານລະຫວ່າງຫວຽດນາມ ແລະ ມາເລເຊຍ.

        ທ່ານ ຫງວຽນວັນຮຸ່ງ ປາດຖະໜາວ່າ, ການພົວພັນລະຫວ່າງ 2 ພັກ, 2 ລັດ ນັບມື້ນັບພັດທະນາອັນດີງາມ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ