ຄະ​ນະ​ຜູ້​ແທນພັກ​ກ​ອມມ​ູ​ນິດ​ຫວຽດ​ນາມເຂົ້າ​ຮ່ວມ​ການ​ພົບ​ປະກັບບັນ​ດາ​ພັກ​ກອມ​ມູ​ນິດແລະກຳ​ມະ​ກອນສາ​ກົນຄັ້ງ​ທີ 21

(VOVWORLD) -ໃນວັນທີ 18-20 ຕຸລາ 2019 ທີ່ ນະຄອນ Izmir (ປະເທດຕວັກກີ), ໄດ້ດຳເນີນກອງປະຊຸມພົບປະລະຫວ່າງບັນດາພັກກອມມູນິດແລະກຳມະກອນສາກົນ (IMWCP)ຄັ້ງທີ 21, ໂດຍການເຂົ້າຮ່ວມຂອງ  ຜູ້ແທນ 137 ທ່ານທີ່ຕາງໜ້າໃຫ້ແກ່ 74 ພັກກອມມູນິດ, ກຳມະກອນຂອງ 58 ປະເທດໃນທົ່ວໂລກ. 
ຄະ​ນະ​ຜູ້​ແທນພັກ​ກ​ອມມ​ູ​ນິດ​ຫວຽດ​ນາມເຂົ້າ​ຮ່ວມ​ການ​ພົບ​ປະກັບບັນ​ດາ​ພັກ​ກອມ​ມູ​ນິດແລະກຳ​ມະ​ກອນສາ​ກົນຄັ້ງ​ທີ 21 - ảnh 1ການພົບປະກັບບັນດາພັກກອມມູນິດແລະກຳມະກອນສາກົນຄັ້ງທີ 21 (ພາບ: TTXVN) 

ການພົບປະຄັ້ງນີ້, ໂດຍການເປັນເຈົ້າພາບຂອງພັກກອມມູນິດຕວັກກີແລະພັກກອມມູນິດເກຣັກສົມທົບກັນຈັດຕັ້ງຂຶ້ນດ້ວຍຫົວຂໍ້ “ວັນສ້າງຕັ້ງກອມມູນິດສາກົນຄົບຮອບ 100 ປີ: ການຕໍ່ສູ້ເພື່ອສັນຕິພາບແລະລັດທິສັງຄົມນິຍົມສືບຕໍ່ດຳເນີນໄປ ”.

ບັນດາພັກຕ່າງໆທີ່ເຂົ້າຮ່ວມການພົບປະIMWCPຄັ້ງທີ 21 ໄດ້ຢັ້ງຢືນເຖິງຄວາມໝາຍ, ຄຸນຄ່າຂອງກອມມູນິດສາກົນ (Comintern) ສຳຫຼັບກຳລັງກອມມູນິດແລະກຳມະກອນໃນໄລຍະຊຸມທົດສະວັດຕົ້ນຂອງສັດຕະວັດທີ XX, ກໍ່ຄືບັນດາບົດຮຽນປະສົບການສຳລັບການຕໍ່ສູ້ຂອງນັກກອມມູນິດໃນໄລຍະປັດຈຸບັນ; ຖືເອົາການຕໍ່ສູ້ຂອງລັດທິມາກ-ເລນິນ ແມ່ນປັນໄຈຊີ້ຂາດ ປະກອບສ່ວນເຂົ້າໃນການກຳນົດທິດໃຫ້ແກ່ການຕໍ່ສູ້ຂອງບັນດາພັກກອມມູນິດ ແລະກຳມະກອນໃນປັດຈຸບັນນີ້; ພ້ອມທັງຢັ້ງຢືນວ່າ: ຄວາມສາມັກຄີສາກົນແມ່ນເງື່ອນໄຂທີ່ສຳຄັນເພື່ອສ້າງກຳລັງແຮງລວມໝູ່, ເຮັດໃຫ້ພາລະກິດແຫ່ງການປະຕິວັດຂອງມະຫາຊົນກ້າວໄປສູ່ໄຊຊະນະໃນທີ່ສຸດ.

ຄະນະຜູ້ແທນ ພັກກອມມູນິດຫວຽດນາມໄດ້ຕັ້ງໜ້າເຂົ້າຮ່ວມບັນດາການສົນທະນາທັງໝົດໃນຂອບເຂດການພົບປະ. ໃນການປະກອບຄຳເຫັນທີ່ກອງປະຊຸມ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ເນັ້ນໜັກເຖິງແຜນນະໂຍບາຍການເພີ່ມທະວີສາຍພົວພັນມິດຕະພາບມູນເຊື້ອສະໜິດຕິພັນກັບກຳລັງກອມມູນິດ, ກຳມະກອນສາກົນ; ສະແດງຄວາມພ້ອມໃນການແລກປ່ຽນບົນຮຽນ, ບັນດາບັນຫາພາກທິດສະດີແລະພາກປະຕິບັດຕົວຈິງ ໃນຂະບວນວິວັດແຫ່ງການກໍ່ສ້າງລັດທິສັງຄົມນິຍົມຕໍ່ກັບບັນດາພັກ.

ຢູ່ນອກກອງປະຊຸມທັງໝົດ, ຄະນະຜູ້ແທນພັກກອມມູນິດຫວຽດນາມໄດ້ມີການພົບປະແລະເຮັດວຽກກັບການນຳພັກກອມມູນິດຕວັກກີ, ພັກກອມມູນິດເກຣັກແລະ ບັນດາການນຳຂອງຫຼາຍພັກການເມືອງໂດຍແນໃສ່ການປຶກສາຫາລືແລະຊຸກຍູ້ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມກັບບັນດາພັກການເມືອງໃນໄລຍະຈະມາເຖິງ; ໄດ້ແລກປ່ຽນຫຼາຍບັນຫາຢູ່ພາກພື້ນແລະສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ