ຄະນະຜູ້ແທນພັກແລະລັດຫວຽດນາມໄວ້ອາໄລຜູ້ນຳກູບາFidel Castro Ruz

ຄະນະຜູ້ແທນພັກແລະລັດຫວຽດນາມໄວ້ອາໄລຜູ້ນຳກູບາFidel Castro Ruz - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ
 ​ໄດ້ຂຽນ​ໃສ່​ ປື້​ມໄວ​້ອາ​ໄລ ສະ​ແດງຄວາມ​​ເສົ້າ​ສະ​ຫຼົດ​ໃຈ

(vovworld) - ​ ຕອນ​ບ່າຍ​ວັນ​ທີ 28/11 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ນຳ​ໜ້າ​ຄະນະ​ຜູ້​ແທນ​​ພັກ ​ແລະ ລັດ ຫວຽດນາມ ​ໄດ້ວາງ​ພວງມາລາ, ​ໄວ​​້ອາ​ໄລ​ຜູ້ນຳ Fidel Castro Ruz ຢູ່​​ເຂດ​ອະນຸສາວະລີ Jose Marti ຢູ່ໃຈກາງ​ນະຄອນຫລວງ La Habana ປະ​ເທດ ກູ​ບາ. ຫວຽດນາມ ​ແມ່ນ​ຄະນະ​ຜູ້​ແທນ​ສາກົນ​ທຳ​ອິ​ດ​ມາ ກູ​ບາ ​​ເພື່ອໄວ້​ອາ​ໄລ​ຜູ້ນຳ Fidel Castro Ruz.

        ພາຍຫລັງ​ພິທີ​ໄວ​້ອາ​ໄລ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ​ໄດ້ຂຽນ​ໃສ່​ ປື້​ມໄວ​້ອາ​ໄລ ສະ​ແດງຄວາມ​​ເສົ້າ​ສະ​ຫຼົດ​ໃຈ ​ແລະ ​ແສນເສຍ​ດາຍ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຕໍ່​ການ​ຈາກ​ໄປຂອງ​ຜູ້ນຳ Fidel, ຜູ້ນຳທີ່​ດີ​ເລີດ​ຂອງການ​ປະຕິວັດ​ກູ​ບາ, ​ເປັນ​ເພື່ອນ​ມິດຍິ່ງ​ໃຫຍ່, ​ເປັນສະຫາຍ​, ​ເປັນອ້າຍ​ນ້ອງທີ່​ມີ​ຄວາມສັດ​ຊື່​ບໍລິສຸດ ​ແລະ ສະໜິດ​ສະໜົມ​ທີ່​ສຸດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ​ ບໍ່​ອາດ​ຫຼົງ​ລືມ​ໄດ້ບຸນຄຸນ, ການອຸທິດ​ສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ຜູ້ນຳ Fidel ​ເຂົ້າ​ໃນ​ການ​ສ້າງ​ຕັ້ງ, ປັບປຸງ, ​ເພີ່ມ​ພູນ​ຄູນ​ສ້າງ, ພັດທະນາ​ສາຍ​ພົວພັນສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ​ແລະ ​ຄວາມໄວ້​​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ຢ່າງບໍ່​ຢຸດ​ຢັ້ງ ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ກູ​ບາ ​ໃນຕະຫລອດ​ກ່ວາ 5 ທົດ​ສະ​ວັດ​ຜ່ານມາ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດຢືນຢັນ​ຄືນ​ໃໝ່ ນ້ຳ​ໃຈ​ສາມັກຄີສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ສຳລັບ​ພາລະ​ກິດ​ປະຕິວັດ​ທີ່ເປັນ​ທຳ​ຂອງ​ປະຊາຊົນ ກູ​ບາ, ກໍ່​ຄື​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ອ້າຍ​ນ້ອງ​ແບບ​ພິ​ເສດລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ.

 

ຄະ​ນະ​ຜູ້​ແທນ​ພັກ​ແລະ​ລັດ​ຫວຽດ​ນາມ​ໄວ້​ອາ​ໄລ​ຜູ້​ນຳ​ກູ​ບາFidelCastroRuz

(vovworld)- ຕອນ​ເຊົ້າ​ວັນ​ທີ 29/11, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ນ​ຳ​ຫນ້າ​ຄະ​ນະ​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາ,ໄວ້​ອາ​ໄລ​ຜູ້​ນຳ​ກູ​ບາ Fidel Castro Ruz ທີ່ສະ​ຖານ​ທູດ ກູ​ບາ ຢູ່​ຮ່າ​ໂນ້ຍ. ນະ​ທີ່ນີ້, ທ່ານ ຫງວຽນ​ທ້ຽ​ນ​ເຍີນ ຢືນ​ຢັນ: ສຳ​ລັບ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ, ກູ​ບາ ຍາມ​ໃດ​ກໍ​ແມ່ນ​ປະ​ເທດ​ອ້າຍ​ນ້ອງ​ພິ​ເສດ. ໃນ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ, ສອງ​ປະ​ເທດ ໄດ້​ແບ່ງ​ປັນ, ສະ​ຫນິດ​ຕິດ​ພັນ​ນຳ​ກັນ​ກ່ຽວ​ກັບ​ອາ​ລົມ​ຈິດ, ພູມ​ປັນ​ຍາ ແລະ ຊ່ວຍ​ເຫລືອ​ກັນ​ໃນ​ຫລາຍ​ຂົງ​ເຂດ.

ຕອ​ນ​ບ່າຍ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໂດຍ​ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ຫງວຽ​ນ​ຊວນ​ຮູຍ ນຳ​ຫນ້າ​ໄດ້​ໄປ​ໄວ້​ອາ​ໄລ​ຜູ້​ນຳ​ກູ​ບາ Fidel Castro Ruz ຢູ່ ສະ​ຖານ​ທູດ ກູ​ບາ. ຄະ​ນະ​ຜູ​້​ແທນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຂຽນ​ໃນ​ປື້ມ​ໄວ້​ອາ​ໄລ​ວ່າ: ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຍາມ​ໃດ​ກໍ​ຈົດ​ຈ່ຳ ແລະ ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຜູ້​ນຳ Fidel Castro Ruz, ພັກ, ລັດ ແລະ ປະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ໃນ​ທຸກ​ດ້ານ​ເພື່ອ​ໃຫ້​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ພັດ​ທະ​ນາ​ພາ​ລະ​ກິດ​ກະ​ຈາຍ​ສຽງ, ໂທ​ລະ​ພາບ, ຫນູນ​ຊ່ວຍ​ການ​ກະ​ຈາຍ​ສຽງ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຢູ່ ກູ​ບາ.

ຂ່າວ/ບົດ​ອື່ນ