ຄະນະຜູ້ແທນພົນທະຫານ, ລູກເຮືອ ກອງທັບເຮືອ ລາຊະອານາຈັກ ນິວຊີແລນ ຢ້ຽມຢາມມິດຕະພາບຫວຽດນາມ

(VOVWORLD) -ວັນທີ 25 ກັນຍາ, ກໍ່າປັ່ນກອງທັບເຮືອ ລາຊະອານາຈັກ ນິວຊີແລນ ໝາຍເລກ HMNZS Te Mana F77 ເຊິ່ງລວມມີພົນທະຫານ, ລູກເຮືອຈໍານວນ 178 ຄົນ ໄດ້ເຂົ້າທຽບທ່າ ໄຊງ່ອນ (ນະຄອນໂຮ່ຈີມິນ), ເລີ່ມຕົ້ນການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ ຊຶ່ງໄດ້ແກ່ຍາວເປັນເວລາ 5 ວັນ. 
ຄະນະຜູ້ແທນພົນທະຫານ, ລູກເຮືອ ກອງທັບເຮືອ ລາຊະອານາຈັກ ນິວຊີແລນ ຢ້ຽມຢາມມິດຕະພາບຫວຽດນາມ - ảnh 1ບັນດາພົນທະຫານກອງທັງເຮືອຫວຽດນາມ ຕ້ອນຮັບທ່ານາງພັນຕີ Lisa Hunn  ພ້ອມດ້ວຍພົນທະຫານ, ລູກເຮືອ ກອງທັບເຮືອ ລາຊະອານາຈັກ ນິວຊີແລນ HMNZS Te Mana F77(ພາບ: vietnamplus.vn)

ນີ້ແມ່ນການຢ້ຽມຢາມຄັ້ງທໍາອິດຂອງພົນທະຫານ ນິວຊີແລນ ມາ ນະຄອນໂຮ່ຈີມິນ ໃນປີ 2018 ເນື່ອງໃນໂອກາດ ສະເຫຼີມສະຫຼອງ 43 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ນິວຊີແລນ (1975 – 2018).

        ໃນໄລຍະຢ້ຽມຢາມນະຄອນ ໂຮ່ຈີມິນ, ພົນທະຫານ ແລະ ລູກເຮືອ ກອງທັບເຮືອ ລາຊະອານາຈັກ ນິວຊີແລນ HMNZS Te Mana F77 ຈະໄປໄວ້ອາໄລ, ວາງພວງມາລາຢູ່ ອະນຸສາວະລີ ປະທານໂຮ່ຈີມິນ; ເຂົ້າຢ້ຽມຂໍ່ານັບການນໍານະຄອນໂຮ່ຈີມິນ, ກອງບັນຊາການທະຫານເຂດ 7; ແລກປ່ຽນບົດຮຽນ, ວິຊາການ ກັບບັນດາພົນທະຫານ ກອງທັບເຮືອຫວຽດນາມ ແລະ ຢ້ຽມຢາມບາງສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຢູ່ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ