ຄະນະຜູ້ແທນພະນັກງານັກປະຕິວັດ ອະວຸໂສ ແຂວງ Binh Dinh ຢ້ຽມຢາມ ນະຄອນຫລວງ ຮ່າໂນ້ຍ

ຄະນະຜູ້ແທນພະນັກງານັກປະຕິວັດ   ອະວຸໂສ ແຂວງ Binh Dinh    ຢ້ຽມຢາມ ນະຄອນຫລວງ ຮ່າໂນ້ຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc
ພາບປະກອບ: internet


(vovworld) - ຕອນ​ບ່າຍ​ວັນ​ທີ 27/3, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພະນັກງານນັກ​ປະຕິວັດ​ອະ​ວຸ​ໂສ ຊຶ່ງ​ແມ່ນ​ບັນດາ​ຜູ້​ເຂົ້າ​ຮ່ວມ​ໂດຍ​ກົງ​ບັ້ນ​ຮົບ​ລະດູບານ​ໃຫມ່​ຕໍ່ລະດູ​ຮ້ອນປີ 1972, ປົດ​ປ່ອຍ​ເມືອງ Hoai An ​ແຂວງ Binh Dinh ​ເນື່ອງ​ໃນ​ໂອກາດ​ຄະນະ​​ມາຢ້ຽມຢາມ​ນະຄອນຫລວງ Ha Noi ​ແລະ ​ເຂົ້າ​​ຂ່ຳນັບ​ສຸສານ​ປະທານ  Ho Chi Minh. ທ່ານ​ຮອງ​ນາຍົກລັດຖະ​ມົນຕີ Nguyen Xuan Phuc ປາດ​ຖະຫນາ​ວ່າ ​ແຕ່​ລະ​ຄອບຄົວ, ພະນັກງານ​ນັກ​ປະຕິວັດ​ອະ​ວຸ​ໂສ ຄວນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ພິລະ​ອາດ​ຫານ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ​ເປັນ​ແບບຢ່າງ​ລະດົມ​ກຳລັງ​ໃຈ​ລູກ​ຫລານ​ຕັ້ງຫນ້າ​ໃນ​ຂະ​ບວນການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ກາຍ​ເປັນ​ພົນລະ​ເມືອງ​​ແບບຢ່າງ, ປະກອບ​ກຳລັງ​​ເຫື່ອ​ແຮງ​ສ້າງສາ​ບ້ານ​​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບຮັ່ງມີ​ເຂັ້ມ​ແຂງ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ​ເນັ້ນ​ຫນັກ​ວ່າ: ພັກ, ລັດ ຍາ​ມ​ໃດ​ກໍ​​ມີ​ຄວາມ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເຫ​ນີ​ໃຫ້​ເມືອງ Hoai An ​ເວົ້າ​ສະ​ເພາະ ​ແລະ ​ແຂວງ Binh Thuan ​ເວົ້າ​ລວມ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄວນ​ເອົາ​ໃຈ​ໃສ່ ກວ່າ​ອີກ ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ ດ້ວຍ​ວຽກ​ງານ​ຫລາຍ​ຢ່າງ​ທີ່​ແທດ​ຈິງ, ຜ່ານ​ນັ້ນ ຕອບ​ບຸນ​ແທນ​ຄຸນ​ຢ່າງ​​ເໝາະສົມ​​ກັບການ​ເສຍສະຫລະ​ອັນ​​ໃຫຍ່ຫລວງ​ຂອງ​ຄົນ​ລຸ້ນກ່ອນທີ່​ໄດ້​ເສຍ​ສະຫລະເລືອດ​ເນື້ອ​ຂອງ​ຕົນ​ເພື່ອ​ສັນ​ຕິ​ພາບ​ປະຈຸ​ບັນ.

 

 

ຂ່າວ/ບົດ​ອື່ນ