ຄະນະຜູ້ແທນມະຫາວິທະຍາໄລປ້ອງກັນຊາດ ອາເມລິກາ

ຄະນະຜູ້ແທນມະຫາວິທະຍາໄລປ້ອງກັນຊາດ ອາເມລິກາ - ảnh 1
ພົນ​ໂທ Nguyen Chi Vinh ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ປະເທດ ຫວຽດນາມ ​
ພາບ: internet

(vovworld) - ຕອນ​ບ່າຍ​ວັນ​ທີ 10/10 ຢູ່ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ Nguyen Chi Vinh ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ປະເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ມະຫາວິທະຍາ​ໄລ​ປ້ອງກັນ​ຊາດ ອາ​ເມ​ລິ​ກາ ​ໂດຍ​ທ່ານ A si Gio zep ນຳ​ຫນ້າ​ພວມ​​ໄປ​ທັດສະນະ​ສຶກສາ, ຄົ້ນ​ຄ້ວາ​ ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ຊຶ່ງກອງທັບ​ປະຊາຊົນ ຫວຽດນາມ ​ແລະ ກອງທັບ​ອາ​ເມ​ລິ​ກາ ຕ່າງ​ກໍ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ໄດ້​ເນັ້ນ​ຫນັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ ສອງ​ປະ​ເທດ ຄວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ​ເປັນ​ຕົ້ນ​ແມ່ນ​ການ​ປະສານ​ສົມທົບກັນ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ, ການເກັບກູ້​ລະ​ເບ​ີດ, ກຳຈັດທາດພິດ​ສີ​ສົ້ມ dioxin, ສົມທົບ​ກັນ, ຫນູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ມະນຸດສະທຳ. ສຳລັບ​ບັນດາ​ວິທະຍາຄານ, ​ໂຮງຮຽນ​ທີ່​ຂຶ້ນ​ກັບ​ກອງ​ທັບ​ສອງ​ປະ​ເທດ ຄວນ​ເພ​ີ່ມທະວີ​ການ​ແລກປ່ຽນ​ຄະນະ, ຮ່ວມ​ມື​ບຳລຸງ​ສ້າງ​ພະ​ນັກ​ງານ, ​ແບ່ງປັນ​ບົດຮຽນ​ໃນ​ການ​ສິດສອນ, ຄົ້ນ​ຄ້ວາ​ໃນ​ທຸກ​ຂົງ​ເຂ​ດຊື່​ງກອງທັບ​ສອງ​ປະ​ເທດ​ຕ່າງ​ມີ​ຄວາມ​ສົນ​​ໃຈ.
ຂ່າວ/ບົດ​ອື່ນ