ຄະນະຜູ້ແທນລັດຖະສະພາເອີລົບຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ

ຄະນະຜູ້ແທນລັດຖະສະພາເອີລົບຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ - ảnh 1
ຄະ​ນະ​ຜູ​້​ແທນ​ລັດ​ຖະ​ສະ​ພາ​ເອີ​ລົບ ເຮັດ​ວຽກ​ກັບ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ -ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

(vovworld)-  ​ຕອນ​ບ່າຍ​ວັນ​ທີ 5/11 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຜູ​້​ແທນ​ລັດ​ຖະ​ສະ​ພາ​ເອີ​ລົບ ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊຽນ ໂດຍ​ປະ​ທານ, ດ​ຣ Werner Langer ເປັນ​ຫົວ​ຫນ້າ​ຄະ​ນະ,  ໄດ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຂ່າວ​ແຈ້ງ​ໝາກ​ຜົນ​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 4-6/11/2015. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ປະ​ທານ Werner Langer ໃຫ້​ຮູ້​ວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ ສ​ະ​ຫ​ະ​ພາບ ເອ​ີ​ລົບ ​ສ່ວນ​ຫລາຍໄດ້​ຮັບ​ຮອງ​ເອົາ ສັນ​ຍາ​ຄູ່​ຮ່ວມ​ມື ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ -ອີ​ຢູ ພ້ອມ​ທັງ ບັນ​ດາ​ຝ່າຍ​ກໍ​ບັນ​ລຸ​ໄດ້​ຂ​ໍ້​ຕົກ​ລົງ​ບົນ​ຫລັກ​ການ​ກ່ຽວ​ກັບ​ສັນ​ຍາ​ດ້ານ​ການ​ຄ້າ​ເສ​ລີ ຫວຽດ​ນາມ ແລະ ອີ​ຢູ. ໃນ​ໄລ​ຍະ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ຫວຽດ​ນາມ, ຄະ​ນະ​ຜູ້​ແທນ​ລັດ​ຖະ​ສະ​ພາ ເອີ​ລົບ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ແລະ ເຮັດ​ວຽກ​ກັບ​ການ​ນຳ ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ແລະ ເສດ​ຖະ​ກິດ ຂອງ​ສະ​ພາ​ແຫ່ງ​ຊາດ, ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສູນ​ກາງ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ