ຄະ​ນະ​ຜູ້​ແທນ​ລັດ​ເຊ​ຍ ໄປ​ຍັງ ເຊີ​ແນວ, ປະ​ເທດ​ສະ​ວິດ ເພື່ອ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ

(VOVWORLD) -ວົງການເຈົ້າໜ້າທີ່ຂະແໜງການທູດ ລັດເຊຍ ຖະແຫຼງວ່າ ຈະບໍ່ປະຕິບັດບໍ່ວ່າການປະນີປະນອມໃດ ພາຍໃຕ້ກຳລັງດັນຂອງ ອາເມລິກາ ຢູ່ບັນດາການເຈລະຈາຈະມາເຖິງ ທີ່ກ່ຽວຂ້ອງເຖິງ ວິກິດການຢູ່ ຢູແກຼນ
 ຄະ​ນະ​ຜູ້​ແທນ​ລັດ​ເຊ​ຍ ໄປ​ຍັງ ເຊີ​ແນວ, ປະ​ເທດ​ສະ​ວິດ ເພື່ອ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ - ảnh 1ພາບປະກອບ: Reuters

ວັນທີ 9 ມັງກອນ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ຄະນະຜູ້ແທນລັດເຊຍ ໄປຍັງ ເຊີແນວ (ປະເທດສະວິດ) ເພື່ອເຂົ້າຮ່ວມການເຈລະຈາກັບ ອາເມລິກາ ກ່ຽວກັບບັນຫາຄວາມໝັ້ນຄົງ. ວົງການເຈົ້າໜ້າທີ່ຂະແໜງການທູດ ລັດເຊຍ ຖະແຫຼງວ່າ ຈະບໍ່ປະຕິບັດບໍ່ວ່າການປະນີປະນອມໃດ ພາຍໃຕ້ກຳລັງດັນຂອງ ອາເມລິກາ ຢູ່ບັນດາການເຈລະຈາຈະມາເຖິງ ທີ່ກ່ຽວຂ້ອງເຖິງ ວິກິດການຢູ່ ຢູແກຼນ, ກໍ່ຄືບັນດາຄວາມຮຽກຮ້ອງຕ້ອງການຂອງ ລັດເຊຍ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ ຂອງ ຝ່າຍຕາເວັນຕົກ, ພ້ອມທັງ ກ່າວເຕືອນ ຄວາມສ່ຽງການເຈລະຈາອາດຈະສິ້ນສຸດໂດຍໄວ.

ຕາມແຜນການແລ້ວ, ການເຈລະຈາລະຫວ່າງບັນດານັກການທູດ ອາເມລິກາ ແລະ ລັດເຊຍ ເລີ່ມຕົ້ນແຕ່ວັນທີ 10  ມັງກອນຢູ່ເຊີແນວ, ຫຼັງຈາກນັ້ນ ຈະດຳເນີນກອງປະຊຸມສະພາລັດເຊຍ - ອົງການຈັດຕັ້ງສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ Brussles (ແບນຊິກ) ແລະ ການປຶກສາຫາລືໃນຂອບເຂດອົງການຈັດຕັ້ງຄວາມໝັ້ນຄົງ ແລະ ການຮ່ວມມື ເອີລົບ (OSEC) ຢູ່ນະຄອນຫຼວງ ວຽນນາ (ໂອຕາລິດ).

ຕອບກັບ

ຂ່າວ/ບົດ​ອື່ນ