ຄະນະຜູ້ແທນສະພາປະຊາຊົນນະຄອນ ໂຮ່ຈິມິນ ຢ້ຽມຢາມລາວ

ຄະນະຜູ້ແທນສະພາປະຊາຊົນນະຄອນ ໂຮ່ຈິມິນ ຢ້ຽມຢາມລາວ - ảnh 1

ທ່ານນາງ ຫງວຽນ​ທິກ​ວຽດ​ເຕີມ ປະທານສະພາ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ

(ພາບ: ອິນ​ເຕີ​ແນັດ)

( vovworld ) – ​​ວັນ​ທີ 5/3, ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ໂດຍ​ທ່ານ​ນາງ ຫງວຽນ​ທິກ​ວຽດ​ເຕີມ, ຮອງ​ເລຂາ​ຄະນະ​ພັກ, ປະທານສະພາ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ນຳ​ໜ້າ ​ໄດ້​ເດີນທາງ​ໄປ​ຮອດແຂວງ​ຈຳປາ​ສັກ ຊື່​ງ​ແມ່ນ​ທ້ອງ​ຖິ່ນ​ແຮກສ່ຽວ​ກັບ​ນະຄອນ ​ໂຮ່ຈິ​ມິນ, ​ເປີດ​ສາກ​ການ​ຢ້ຽມຢາມ​ລາວ ຢ່າ​ງເປັນ​ທາງ​ການ. ​ໃນ​ການ​ຕ້ອນຮັບ​ຄະນະ, ທ່ານ ສອນ​ໄຊ ສີ​ພັນ​ດອນ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຫວຽດນາມ ​ມີ​ລະດັບ​ການ​ລົງທຶນ​ຫຼາຍ​ກ່ວາ​ໝູ່ ຢູ່​ແຂວງ​ຈຳປາ​ສັກ, ​ໃນ​ນັ້ນມີ​ຫຼາຍ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ. ຄາດ​ວ່າ ສອງ​ຝ່າຍ​ຈະ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ໃນ​ສັບປະດາ​ຫວຽດນາມ ຢູ່​ແຂວງ​ຈຳປາ​ສັກ ​ແລະ ​ສັບປະດາ​ຈຳປາ​ສັກ​ຢູ່ນະຄອນ ​ໂຮ່ຈິ​ມິນ ​ໃນ​ໂອກາດ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ລາວ 2012“. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄະນະ​ຈະ​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ລາວ; ​ເຂົ້າຢ້ຽມ​ຂ່ຳນັບທ່ານ​ເລຂາ​ຄະນະ​ພັກ, ​ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ລາວ.

 

ຂ່າວ/ບົດ​ອື່ນ