ຄະ​ນະ​ຜູ້​ແທນສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ IPU Pre-COP26

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບຫົວຂໍ້ ວິທີການສຳຜັດຂຽວ ໃຫ້ແກ່ການຟື້ນຟູຫຼັງໂລກລະບາດໂຄວິດ - 19, ຄະນະຜູ້ແທນ ຫວຽດນາມ ໄດ້ຍົກອອກບາງຂໍ້ສະເໜີ: ຕ້ອງຜັນຂະຫຍາຍນະໂຍບາຍຟື້ນຟູຂຽວ, ເສດຖະກິດຂຽວ ຢ່າງຂ້ຽວຂາດຢູ່ລະດັບຊາດ, ພາກພື້ນ ແລະ ທົ່ວໂລກ
ຄະ​ນະ​ຜູ້​ແທນສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ IPU Pre-COP26 - ảnh 1ຄະນະຜູ້ແທນ ຫວຽດນາມ ຖ່າຍຮູບນຳທ່ານ Pier Ferdinando Casini ປະທານກຸ່ມລັດຖະສະພາອີຕາລີ ປະຈຳ IPU (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານປະທານສະພາສູງ, ທ່ານປະທານສະພາຕ່ຳ ອີຕາລີ, ທ່ານເລຂາທິການໃຫຍ່ສະຫະພັນລັດຖະສະພາໂລກ (IPU) ແລະ ທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ລາຊະອານາຈັກ ອັງກິດ ຢູ່ IPU, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ດົນຕວັນຟອງ, ຮອງຫົວໜ້າກຳມາທິການພົວພັນຕ່າງປະເທດ ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມລັດຖະສະພາຈັດກ່ຽມ ກ່ອນທີ່ຈະດຳເນີນກອງປະຊຸມບັນດາຝ່າຍຂອງສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPU Pre-Cop26) ທີ່ໄດ້ຈັດຂຶ້ນຢູ່ Rome, ອີຕາລີ ໃນລະຫວ່າງວັນທີ 8 – 11 ຕຸລາ. ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບຫົວຂໍ້ ວິທີການສຳຜັດຂຽວ ໃຫ້ແກ່ການຟື້ນຟູຫຼັງໂລກລະບາດໂຄວິດ - 19, ຄະນະຜູ້ແທນ ຫວຽດນາມ ໄດ້ຍົກອອກບາງຂໍ້ສະເໜີ: ຕ້ອງຜັນຂະຫຍາຍນະໂຍບາຍຟື້ນຟູຂຽວ, ເສດຖະກິດຂຽວ ຢ່າງຂ້ຽວຂາດຢູ່ລະດັບຊາດ, ພາກພື້ນ ແລະ ທົ່ວໂລກ, ໃນຂອບເຂດລວມ ແມ່ນ ບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2030 ຂອງ ສປຊ ແລະ ສົນທິສັນຍາ ປາຣີ 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາປະເທດຄວນຍົກສູງຈິດໃຈສາມັກຄີ, ຄວາມຮັບຜິດຊອບການແປ່ງບັນກ່ຽວກັບ ເຕັກໂນໂລຢີ, ການເງິນ, ສາທາລະນະສຸກ, ພິເສດໃນສະເພາະໜ້າແມ່ນ ວັກຊິນກັນໂຄວິດ - 19 ເພື່ອພ້ອມກັນຜ່ານຜ່າໂລກລະບາດໂຄວິດ - 19 ໂດຍໄວ.

ໃນໂອກາດນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ Piero Fassino, ທ່ານປະທານກຸ່ມສະມາຊິກລັດຖະສະພາ ອີຕາລີ ຢູ່ IPU…

ຕອບກັບ

ຂ່າວ/ບົດ​ອື່ນ